ທ່ານຈຸຣິນ ຢືນຢັນວ່າ ໄດ້ມີຄຳສັ່ງ ໃຫ້ເລັ່ງດຳເນີນການເຈລະຈາຕົກລົ ເປີດດ່ານການຄ້າຊາຍແດນກັບປະເທດເພື່ອນບ້ານ ໃຫ້ຫຼາຍຂຶ້ນໃນປີ 2022 ນີ້ ເພາະວ່າ ການລະບາດໂຄວິດ-19 ໄດ້ສົ່ງຜົນກະທົບ ເຮັດໃຫ້ຕ້ອງປິດດ່ານຊາຍແດນໄທ ກັບປະເທດເພື່ອນບ້ານ 51 ດ່ານ.
ທັງນີ້ ຈຸດກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ລະຫວ່າງລາວ-ໄທ ຕັ້ງຢູ່ລະຫວ່າງເຂດບ້ານປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ກັບບ້ານປາກຕະພານ ເມືອງລະຄອນເພັງ ບໍ່ເຖິງ 150 ກິໂລແມັດເທົ່ານັ້ນ
ສື່ສັງຄົມອອນລາຍຈະຕ້ອງລົງທະບຽນ ແລະໄດ້ຮັບອະນຸຍາດຈາກກົມຂ່າວຂອງລັດຖະບານລາວແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະການໃນດ້ານການໂຄສະນາ ແລະເຜີຍແຜ່ຂໍ້ມູນ-ຂ່າວສານໄດ້ໃນວົງກວ້າງ
ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ເພີ້ມມາດຕະການກວດກາການປະຕິບັດໜ້າທີ່ແລະຊັບສິນຂອງພະນັກງານຳພັກ-ລັດ, ຕຳຫຼວດ ແລະ ທະຫານທີ່ພົວພັນກັບການທຸດຈະລິດນັ້ນ.
ຜູ້ບໍລິຫານຂອງບໍລິສັດ ພອນສະກາວ ຊິບປິ້ງ-ຂົນສົ່ງ ຈຳກັດ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງວຽງຈັນ ກ່າວໃຫ້ວີໂອເອ ລາວ ຟັງວ່າ ການຂົນສົ່ງທາງລົດ ທີ່ເຄີຍເຮັດມາແຕ່ກ່ອນນັ້ນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຕ່າງຈາກການຂົນສົ່ງດ້ວຍທາງລົດໄຟ ທີ່ສະດວກວ່ອງໄວ.
ການລະບາດໄວຣັສໂຄວິດ-19 ເຮັດໃຫ້ແຮງານ ລາວ ທີ່ລັກລອບເຮັດວຽກຜິດກົດໝາຍໃນປະເທດ ໄທ ພາກັນເດີນທາງກັບຄືນມາ ລາວກວ່າ 158,000 ຄົນໃນປີ 2020
ແຕ່ແນວໃດກໍຕາມ ໃນ 3 ເດືອນທໍາອິດ ລະບົບບໍລິການຂາຍແລະຈອງປີ້ລົດໄຟ ແມ່ນບໍ່ຄ່ອຍສະດວກ ແລະກໍມີບາງຄົນສວຍໂອກາດຊື້ປີ້ລົດໄຟໄປກັກຕຸນໄວ້ ເພື່ອຂາຍເອົາກໍາໄລ.
ນັກຊ່ຽວຊານທາງເສດຖະກິດ ການຄ້າ ແລະການລົງທຶນລະຫວ່າງ ລາວ-ໄທ ຢືນຢັນວ່າ ການຊຳລະ ເງິນ ຫຼືການຊຳລະ ລາຄາສິນຄ້າ ແລະບໍລິການຕ່າງໆດ້ວຍລະບົບ Electronic ຂອງລາວໃນປັດຈຸ ບັນ ຍັງຄົງສາມາດດຳເນີນການ ໄດ້ສະເພາະ ພາຍໃນລາວເທົ່ານັ້ນ.
ລັດຖະບານລາວ ເຊື່ອວ່າ ຍັງຈະໄດ້ຮັບການຊ່ອຍເຫຼືອເພີ້ມຂຶ້ນ ແລະພຽງພໍສຳລັບການເພີ້ມເປົ້າໝາຍໃນການສັກວັກຊີນຈາກ 80 ເປີເຊັນ ເປັນຫຼາຍກວ່າ 87 ເປີເຊັນ ຂອງປະຊາກອນລາວທັງໝົດໃນປີ 2022 ໂດຍສະເພາະ ກໍແມ່ນການຊ່ອຍເຫຼືອຈາກລັດຖະບານຈີນ ແລະສະຫະລັດ.
ສະຫະລັດ ມອບມຸ້ງເຄືອບຢາຍາວນານ ແມ່ນໄດ້ຮັບທຶນການສະໜັບສະໜູນໂດຍ ອົງການ USAID ໂດຍຜ່ານ U.S. President’s Malaria Initiative ຫຼື PMI ຈະຖືກແຈກຢາຍໄປໃຫ້ຄອບຄົວ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການສູງ.
ປະເທດທີ່ໄດ້ຮັບຄະແນນດີທີ່ສຸດ ໃນດັດຊະນີປະຊາທິປະໄຕປີນີ້ ແມ່ນນໍເວ ແລະປະເທດທີ່ຂີ້ຮ້າຍສຸດ ແມ່ນອັຟການິສຖານ ພາຍໃຕ້ການນຳພາຂອງຕາລີບານ.
ທາງລົດໄຟ ລາວ-ຈີນ ໃນລາວເປັນ ສ່ວນນຶ່ງຂອງການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງໃນແຜນການ ນຶ່ງແລວ-ນຶ່ງເສັ້ນທາງ ທີ່ຈະເປັນການເຊື່ອມໂຍງລະຫວ່າງພາກພື້ນເອເຊຍ ກັບຢູໂຣບ ທີ່ລວມເຖິງການເຊື່ອມຕໍ່ຈີນກັບອາຊຽນ.
ໂຫລດຕື່ມອີກ
No live streaming currently available