ທະນາຄານພັດທະນາເອເຊຍ (ADB) ໄດ້ປັບຫຼຸດອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງລາວ ໃນປີ 2022 ລົງມາຢູ່ລະດັບ 3.4 ເປີເຊັນ ເມື່ອເດືອນກໍລະກົດ 2022 ທີ່ຜ່ານມາ ທັງຍັງໄດ້ຄາດໝາຍອັດຕາເງິນເຟີ້ໃນລາວ ໄວ້ທີ່ລະດັບ 5.8 ເປີເຊັນ
ເມື່ອມໍ່ໆມານີ້ ມະຫາວິທະຍາໄລທົ່ວໂລກ ທີ່ພົບບັນຫາສັບສົນໄດ້ປິດໂຄງການທີ່ດໍາເນີນການໂດຍສະຖາບັນຂົງຈື້ ດັ່ງໃນອອສເຕຣເລຍ ທີ່ການສືບສວນຍັງດຳເນີນໄປເພື່ອເບິ່ງວ່າ ຂໍ້ຕົກລົງລະຫວ່າງມະຫາວິທະຍາໄລ ແລະສະຖາບັນ ໄດ້ຝ່າຝືນກົດໝາຍຕ້ານການແຊກແຊງຂອງຕ່າງປະເທດ
ສະພາການຄ້າ ແລະອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະອົງການພັດ ທະນາສາກົນຂອງສະຫະລັດອາເມຣິກາ ຫຼື USAID ໄດ້ຈັດກອງປະຊຸມພົບປະນັກທຸລະກິດລາວ ແລະ ສະຫະລັດ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະການລົງທຶນ ໃນ ສປປ ລາວ"
ຫົວໜ້າຕຳຫລວດລົດໄຟລາວຍອມຮັບວ່າ ມີກຸ່ມແກັ່ງຂະບວນການເກງກຳໄລຈາກການຊື້ຂາຍປີ້ໂດຍສານ ລົດ ໄຟລາວ-ຈີນໃນລາວ ສວນພາກສ່ວນກ່ຽວຂ້ອງ ກໍບໍ່ມີປະສິດທິພາບ ໃນການແກ້ໄຂບັນຫາທີ່ຜ່ານມາ
ການລົງທຶນຂອງ ຈີນ ໃນລາວຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນຊ່ວງ 6 ເດືອນຕົ້ນປີ 2022 ບັນດາບໍລິສັດຈີນ ໄດ້ລົງທຶນໃນລາວເຖິງ 112 ໂຄງການ ເຊິ່ງສ່ວນໃຫຍ່ເປັນການລົງທຶນຂຸດຄົ້ນແຮ່ທາດ
ໃນປັດຈຸບັນມີແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນ ໄທ ຈຳນວນ 213,203 ຄົນ
ການທີ່ຈະມີໂອກາດໄດ້ວຽກເຮັດງານທຳທີ່ຕົນມັກ ຫລືຖືກກັບວິຊາສະເພາະ ທີ່ຕົນຮຽນມາ ຢູ່ໃນມະຫາວິທະຍາໄລນັ້ນ ແມ່ນຍາກຫລາຍ ຈຶ່ງຈໍາເປັນຕ້ອງໄດ້ເຮັດວຽກໄປຕາມທີ່ພໍຫາໄດ້ ເຖິງຈະບໍ່ໄດ້ຄ່າຕອບແທນສູງປານໃດກໍຕາມ
ໂຄງການຮ່ອງລະບາຍນໍ້າສຸກເສີນດັ່ງກ່າວ ຈະສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ປະຊາຊົນທີ່ຢູ່ໃກ້ຄຽງ ແລະທົ່ວໄປ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກນໍ້າຖ້ວມຂັງ
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ລັດຖະບານລາວໃຫ້ຄວາມສຳຄັນຢ່າງຍິງ ທີ່ຈະເສີມສ້າງເຂດຊາຍແດນລາວກັບເພື່ອນບ້ານທັງ 5 ປະເທດ ໃຫ້ເປັນເຂດຊາຍແດນແຫ່ງສັນຕິພາບຢ່າງແທ້ຈິງ
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຄ້າໄທໃຫ້ການຢືນຢັນວ່າ ການຄ້າຊາຍແດນລະຫວ່າງ ຈີນ ກັບ ໄທ ຜ່ານລາວໃນຊ່ວງ 6 ເດືອນຕົ້ນປີ 2022 ຫຼຸດລົງຫຼາຍກວ່າ 19 ເປີເຊັນທຽບກັບ ໄລ ຍະດຽວກັນ ໃນປີ 2021
ທ່ານຈັນທະບູນ ໄດ້ໃຫ້ການຢືນຢັນວ່າ “ລາຍຮັບຂອງໄຟຟ້າລາວນີ້ ເກືອບວ່າ 99 ເປີເຊັນ ລ່ະແມ່ນມາຈາກການຂາຍໄຟ ສ່ວນວ່າ ລາຍຈ່າຍບັດນີ້ ໄຟຟ້ານີ້ ສັງຄົມນີ້ ເຂົ້າໃຈວ່າ ປະເທດລາວນີ້ ມີ 100 ເຂື່ອນເປັນໝໍ້ໄຟອາຊຽນ"
ໂຫລດຕື່ມອີກ
No live streaming currently available