ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າ ໃນປີ 2020-2021 ໄດ້ກວດພົບການລະເມີດຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ຫຼາຍກວ່າ 670 ກໍລະນີໂດຍມີຜູ້ກະທຳຄວາມຜິດທີ່ເປັນພະນັກງານລັດກວ່າ 580 ຄົນ ນັກທຸລະກິດການຄ້າໄມ້ 290 ກວ່າລາຍ ແລະປະຊາຊົນທີ່ເປັນແຮງງານຮັບຈ້າງກວ່າ 850 ຄົນ
ລາວ ຖືກໃຊ້ເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໃນການຂົນສົ່ງສິນຄ້າຜ່ານດ່ານຊາຍແດນລາວ-ຈີນ ທີ່ມີທັງໝົດ 640,000 ໂຕນນັ້ນ ແມ່ນມີການຂົນສົ່ງສິນຄ້າຂາອອກ ທີ່ຜະລິດໂດຍປະຊາຊົນລາວໄປຈີນພຽງແຕ່ໜ້ອຍດຽວ ແລະສິນຄ້າສ່ວນໃຫຍ່ ກໍມີແຕ່ສິນຄ້າປະເພດແຮ່ທາດຈາກໂຄງການລົງທຶນຂະໜາດໃຫຍ່ ຂອງຈີນເທົ່ານັ້ນ
ບັນດາຜູ້ນໍາທາງສາສະໜາກຸ່ມນ້ອຍບອກວ່າ ເຖິງແມ່ນລັດຖະທໍາມະນູນລະບຸວ່າ ພົນລະເມືອງລາວ “ມີສິດ ແລະເສລີພາບທີ່ຈະນັບຖື ຫລືບໍ່ນັບຖືສາສະໜາ ໃດ ກໍໄດ້” ແຕ່ກໍຍັງສືບຕໍ່ມີລາຍງານວ່າການຈຳກັດເສລີພາບໃນດ້ານນີ້ຢູ່.
ແຮງງານລາວ ຫຼາຍກວ່າ 2,000 ຄົນ ທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດຂ້າມຊາດ ໃນມາເລເຊຍ ແລະຖືກບັງຄັບໃຫ້ເປັນກຳມະກອນທີ່ຢູ່ປະຈຳເຮືອປະມົງໃນທະເລ ໂດຍບໍ່ໄດ້ຮັບຄ່າຈ້າງ ຕາມກົດໝາຍ
ຊາຍແດນລາວກັບຫວຽດນາມຍັງຄົງປະເຊີນກັບບັນຫາຫຍໍ້ທໍ້ຫລາຍດ້ານ ໂດຍສະເພາະແມ່ນບັນຫາການຄ້າຜິດກົດໝາຍ ແລະການລັກລອບຂົນສົ່ງໄມ້ທີ່ຕັດໂດຍຜິດກົດໝາຍຈາກລາວໄປ ຫວຽດນາມນັ້ນ.
ມີການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່ກໍຄືທ່ານບຸນເຫຼືອ ສິນໄຊ ວໍລະວົງ ຊຶ່ງໃນເມື່ອກ່ອນເປັນຮອງລັດຖະມົນຕີກະຊວງການເງິນໄປດຳລົງຕຳແໜ່ງແທນທ່ານສອນໄຊ ສິດພະໄຊ. ທ້າມກາງທີ່ໄພເງິນເຟີ້ຖີບຕົວສູງຂຶ້ນຮອດ 12.81 ເປີເຊັນ ຊຶ່ງສູງກວ່າໝູ່ທີ່ສຸດໃນບັນດາປະເທດອາຊຽນ.
ທ່ານກ່າວໃຫ້ວີໂອເອຟັງອີກວ່າ ທ່ານໄດ້ໄປກູ້ເງິນຈຳນວນນຶ່ງຈາກກອງທຶນສົ່ງເສີມວິສາຫະກິດ ຂະໜາຍນ້ອຍແລະກາງ ທີ່ຂຶ້ນກັບກະຊວງອຸດສາຫະກຳແລະການຄ້າ ໂດຍການເຂົ້າຮ່ວມໂຄງການແລະໄດ້ຮັບການແນະນຳດ້ານວິຊາການແລະວິທີລ້ຽງງົວຕ່າງໆເປັນຕົ້ນ
ລາວ ກໍາລັງປະເຊີນກັບໄພເງິນເຟີ້ ໃນອັດຕາສະເລ່ຍທີ່ສູງເກີນກວ່າ 12 ເປີເຊັນ ທັງຍັງເປັນ ອັດຕາເງິນເຟີ້ສູງ ທີ່ສຸດໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ໂດຍມີສາເຫດມາຈາກການຂາດ ດຸນເງິນຕາ ຕ່າງປະເທດ. ຊົງລິດ ໂພນເງິນ ມີລາຍງານມາຈາກບາງກອກ.
ທາງດ້ານຜູ້ປະສານງານອົງການ Human Rights Watch ໃນອາຊຽນ ຢືນຢັນວ່າ ການບັງຄັບໃຊ້ກົດໝາຍໃນລາວ ຍັງປາກົດມີການເລືອກປະຕິບັດກົດໝາຍກັບປະຊາຊົນ ທີ່ຂັດແຍ້ງກັບພະນັກງານລັດ ໂດຍສະເພາະແມ່ນຂໍ້ຂັດແຍ້ງກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳນັ້
ລັດຖະບານສະຫະລັດ ພ້ອມດ້ວຍລັດຖະບານ ສປປ ລາວ ໄດ້ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເປັນເວລາກວ່າ 37 ປີ ໃນວຽກງານດ້ານມະນຸດສະທຳ ເພື່ອຊອກຫາ ແລະ ຂຸດຄົ້ນທະຫານອະເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ
ໂຫລດຕື່ມອີກ
No live streaming currently available