ກຸ່ມທຸລະກິດຈີນ ທີ່ໄດ້ສຳປະທານທີ່ດິນ ເພື່ອການຜະລິດດ້ານກະສິກຳນັ້ນ ຖືເປັນພາກສ່ວນທີ່ສ້າງບັນຫາ ແລະຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ຮຸນແຮງທີ່ສຸດ ເພາະມີການໃຊ້ສານເຄມີຢ່າງຫຼວງຫຼາຍ.
ສຳລັບໃນປີ 2020-2021 ກໍມີເຖິງ 184 ໂຄງການທີ່ລັດຖະບານລາວ ຕ້ອງການໃຫ້ພາກທຸລະກິດເອກະຊົນລາວ ຮ່ວມລົງທຶນດ້ວຍ ໂດຍສະເພາະແມ່ນໃນດ້ານຄົມມະນາຄົມ-ຂົນສົ່ງ ພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດ.
ນຶ່ງໃນປະເພນີອັນສໍາຄັນ ສໍາລັບປີໃໝ່ນີ້ ກໍແມ່ນການແຈກຢາຍເງິນຂອງຜູ້ອະວຸໂສ ແມ່ນແຕ່ມະຫາວິທະຍາໄລ ສ່ວນໃຫຍ່ ກໍມັກຈະແຈກເງິນ ໃຫ້ແກ່ນັກສຶກສາ ລວມທັງນັກສຶກສາລາວອີກດ້ວຍ.
ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີຂອງ ສປປ ລາວ ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈ ມາຍັງສະຫະລັດອາເມຣິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້.
ການທຸຈະລິດໃນການເວນຄືນທີ່ດິນ ແລະຊັບສິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ສໍາປະທານໂຄງການພັດທະນາຕ່າງໆ ໄດ້ກໍ່ບັນຫາຂັດແຍ້ງ ລະຫວ່າງປະຊາຊົນ ກັບພະນັກງານລັດ ແລະຜູ້ລົງທຶນເພີ້ມຂຶ້ນ.
ໃຫ້ກຽດເປີດກອງປະຊຸມ ໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕິດຕາມດ້ວຍ ການກ່າວເປີດກອງປະຊຸມ ໂດຍທ່ານໄມໂຄ ຣອນນິ້ງ.
ການຂົນສົ່ງຄັ້ງນີ້ແມ່ນງວດທີສອງ ໃນການຊ່ວຍເຫຼືອທັງໝົດສອງຄັ້ງ ຈາກລັດຖະບານສະຫະລັດ ໃຫ້ແກ່ ສປປ ລາວ ໃນເດືອນນີ້ ຊຶ່ງລວມທັງໝົດ ໃນປີນີ້ຕົກເປັນ 1,698,840 ໂດສ.
ອັດຕາການຕິດເຊື້ອໄວຣັສໂຄວິດ-19 ໃນເຂດນະຄອນຫຼວງວຽງຈັນ ສູງເກີນກວ່າ 30 ເປີເຊັນ ແລະໃນບາງແຂວງ ມີອັດຕາການຕິດເຊື້ອໂຄວິດ-19 ສູງກວ່າ 40 ເປີເຊັນ ຂອງຈຳນວນປະຊາກອນ ທີ່ຜ່ານການກວດຫາເຊື້ອໂຣກ.
ທາງດ້ານອົງການ Human Right Watch ກໍສະເໜີລາຍງານວ່າການບັງຄັບໃຊ້ກົດໝາຍໃນ ລາວ ຍັງບໍ່ມີປະສິດທິພາບ.
ສິ້ນໄໝແລະຜ້າບ່ຽງໄໝ ແມ່ນມີຢູ່ຫຼາຍລະດັບ ແລ້ວແຕ່ຄຸນນະພາບ ຂອງລວດລາຍຜ້າໄໝ, ແຕ່ໄໝທີ່ເປັນໄໝແທ້ໆ ຈະມີຄວາມແພງກວ່າ ເພາະມີຄວາມທົນທານກວ່າ ແລະກໍໃສ່ສະບາຍກວ່າ.
ລັດຖະບານລາວ ຈະໃຫ້ການສົ່ງເສີມເອກກະຊົນລາວ ແລະຕ່າງປະເທດ ເພື່ອໃຫ້ເຂົ້າມາລົງທຶນ ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານໃຫ້ຫຼາຍຂຶ້ນ.
ຄົນລາວຢູ່ຕ່າງປະເທດຫລາຍຄົນ ກໍຄົງມີຄວາມດີໃຈ ທີ່ທາງການໄດ້ເລີ້ມເປີດ ໃຫ້ຄົນຢູ່ຕ່າງປະເທດ ໄປຢ້ຽມຢາມລາວໄດ້ອີກ ນັບວັນທີ 1 ມັງກອນເປັນຕົ້ນມາ.
ໂຫລດຕື່ມອີກ
No live streaming currently available