ການລະບາດຂອງພະຍາດໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວພຽງແຕ່ 23 ໂຄງການມີມູນຄ່າລົງທຶນລວມ 2,064 ລ້ານໂດລາ ໃນປີ 2020 ທີ່ຜ່ານມາ ໂດຍຫລຸດລົງຫຼາຍກວ່າ 80 ເປີເຊັນ.
ທ່ານອາດາມ ແດໂຣ ເວົ້າວ່າ ການລົງໂທດດ້ານວີຊານີ້ ສ້າງຄວາມຫຍຸ້ງຍາກສັບສົນ ແກ່ຫລາຍພັນຄົນ ລວມທັງທ່ານ ແລະຄອບຄົວຂອງທ່ານ ຢູ່ທາງສະຫະລັດນໍາອີກດ້ວຍ.
ເງິນກີບລາວ ຕົກຢູ່ໃນສະພາວະການຜັນຜວນ ທັງມີທ່າອ່ຽງອ່ອນຄ່າລົງນັບມື້ ໂດຍທີ່ອັດຕາແລກປ່ຽນຂອງທະນາຄານ ແລະອັດຕາແລກປ່ຽນໃນຕະຫຼາດຕົວຈິງ ມີການແຕກໂຕນກັນ ຫຼາຍກວ່າ 22 ເປີເຊັນ.
ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງເປົ້າໝາຍສະກັດກັ້ນ ແລະ ແກ້ບັນຫາອາຊະຍະກຳທີ່ສົ່ງຜົນກະທົບຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນຂອງອາຊະຍະກຳທີ່ເກີດຂຶ້ນທັງໝົດ.
ພາຍຫລັງທີ່ແຮງງານລາວ ຫລັ່ງໄຫຼກັບບ້ານພ້ອມກັນ ຈໍານວນຜູ້ຕິດເຊື້ອໃນລາວເພີ້ມຂຶ້ນຢ່າງວ່ອງໄວ ແບບຕໍ່ເນື່ອງກັນ ຊຶ່ງກໍຄືເພີ້ມຂຶ້ນຈາກ 2,901 ຄົນ ໃນວັນທີ 13 ກໍລະກົດ ມາເປັນ 9,894 ຄົນ ໃນວັນທີ 14 ສິງຫາ.
ທ່ານຄຳໄຫລ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາ ຍອມຮັບວ່າການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ຂອງແຂວງຫຼວງນໍ້າທາ ປີ 2016 ຫາ 2020 ສາມາດປະຕິບັດໄດ້ ຕໍ່າກວ່າເປົ້າໝາຍທີ່ວາງໄວ້ .
ແຕ່ຢ່າງໃດກໍຕາມ ມູນຄ່າ GDP ຂອງແຂວງຊຽງຂວາງໃນປັດຈຸບັນ ສາມາດຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນ ໄດ້ພຽງ 1,622 ໂດລາຕໍ່ຄົນ.
ຜູ້ຊາຍຄົນນຶ່ງທີ່ອາໄສຢູ່ເຂດນອກເມືອງ ຂອງແຂວງຈຳປາສັກ ໄດ້ກ່າວຕໍ່ວີໂອເອລາວວ່າ ມີຄວາມຫຍຸ້ງຍາກຫຼາຍ, ຕ້ອງໄດ້ລະວັງຕົວຕະຫຼອດເວລາ.
ນາຍົກລັດຖະມົນຕີຍອມຮັບວ່າການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມໃນລາວບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ທັງຍັງຕ້ອງປະເຊີນກັບບັນຫາ ແລະອຸປະສັກທີ່ແກ້ໄຂໄດ້ຍາກອີກດ້ວຍ.
ລັດຖະບານລາວອາດຈະຕ້ອງໄດ້ຈັດຊື້ ຢາວັກຊີນປ້ອງກັນໂຄວິດ-19 ເພື່ອຕອບສະໜອງ ໃຫ້ປະຊາຊົນໄດ້ສັກຢາວັກຊີນເພີ້ມຂຶ້ນ ຫລາຍກ່ວາເກົ່າພາຍໃນປີ 2022.
ລັດຖະບານ ລາວ ມີນະໂຍບາຍຈະໃຫ້ການຮັບຮອງເອົາແຮງງານ ລາວ ທຸກຄົນທີ່ມີຄວາມຈຳເປັນຕ້ອງເດີນທາງຈາກປະເທດ ໄທ ກັບຄືນມາ ລາວ ຍ້ອນການລະບາດຢ່າງຮຸນແຮງຂອງໄວຣັສ COVID-19.
ສະພາບການລະບາດຂອງໂຄວິດນີ້ ເຮັດໃຫ້ແຮງງານລາວຕົກຢູ່ໃນຄວາມສ່ຽງທີ່ຈະຖືກຂູດຮີດ ແລະຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ໃນຂະນະທີ່ບໍ່ສາມາດ ໄດ້ຮັບການຄຸ້ມຄອງ ຈາກເຈົ້າໜ້າທີ່ລາວ ເທົ່າທີ່ຄວນ.
ໂຫລດຕື່ມອີກ
No live streaming currently available