ຜູ້ຕາງໜ້າອົງການພັດທະນາສາກົນ ສຫລ ກ່າວວ່າ ພິທີເປີດນໍາໃຊ້ເພຈດັ່ງກ່າວ ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງສະຫະລັດ ແລະ ສປປ ລາວ ເພື່ອສົ່ງເສີມການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ.
ການສົ່ງອອກຂອງລາວໄປຕ່າງປະເທດບໍ່ໄດ້ຄິດໄລ່ມູນຄ່າການສົ່ງອອກພະລັງງານໄຟຟ້າເຂົ້າໃນມູນຄ່າລວມເພາະເຂື່ອນທີ່ຜະລິດໄຟຟ້າສົ່ງອອກສ່ວນໃຫຍ່ເປັນສຳປະທານຂອງກຸ່ມລົງທຶນຕ່າງປະເທດ.
ການປາບປາມການຄ້າຢາເສບຕິດໃນລາວໃຫ້ມີປະສິດທິພາບສູງຂຶ້ນດ້ວຍການຈັດແບ່ງສິດ ແລະໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງຢ່າງຊັດເຈນ.
ສາເຫດຕົ້ນຕໍ ທີ່ພາໃຫ້ເຂດພາກໃຕ້ຂອງລາວ ກາຍເປັນເຂດທີ່ມີການລະບາດ ຂອງພະຍາດໂຄວິດ-19 ຢ່າງດຸເດືອດ ໃນສອງສາມເດືອນຜ່ານມານີ້ ກໍຄືການຂາດຄວາມອົດທົນຂອງແຮງງານລາວ ທີ່ໂຕນໜີຈາກສູນກັກກັນ.
ໂດຍຄາດໝາຍວ່າ ການຮ່ວມມືດັ່ງກ່າວນີ້ ຈະສາມາດສ້າງງານ ແລະລາຍຮັບໃຫ້ກັບຊາວກະສິກອນລາວ ໄດ້ເກີນກວ່າ 1 ແສນຄອບຄົວ ໂດຍສະເພາະແມ່ນກະສິກອນ ທີ່ມີທີ່ດິນກະສິກໍາ ຢູ່ຕິດທາງລົດໄຟລາວ-ຈີນ.
ການລະບາດຂອງພະຍາດໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວພຽງແຕ່ 23 ໂຄງການມີມູນຄ່າລົງທຶນລວມ 2,064 ລ້ານໂດລາ ໃນປີ 2020 ທີ່ຜ່ານມາ ໂດຍຫລຸດລົງຫຼາຍກວ່າ 80 ເປີເຊັນ.
ທ່ານອາດາມ ແດໂຣ ເວົ້າວ່າ ການລົງໂທດດ້ານວີຊານີ້ ສ້າງຄວາມຫຍຸ້ງຍາກສັບສົນ ແກ່ຫລາຍພັນຄົນ ລວມທັງທ່ານ ແລະຄອບຄົວຂອງທ່ານ ຢູ່ທາງສະຫະລັດນໍາອີກດ້ວຍ.
ເງິນກີບລາວ ຕົກຢູ່ໃນສະພາວະການຜັນຜວນ ທັງມີທ່າອ່ຽງອ່ອນຄ່າລົງນັບມື້ ໂດຍທີ່ອັດຕາແລກປ່ຽນຂອງທະນາຄານ ແລະອັດຕາແລກປ່ຽນໃນຕະຫຼາດຕົວຈິງ ມີການແຕກໂຕນກັນ ຫຼາຍກວ່າ 22 ເປີເຊັນ.
ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງເປົ້າໝາຍສະກັດກັ້ນ ແລະ ແກ້ບັນຫາອາຊະຍະກຳທີ່ສົ່ງຜົນກະທົບຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນຂອງອາຊະຍະກຳທີ່ເກີດຂຶ້ນທັງໝົດ.
ພາຍຫລັງທີ່ແຮງງານລາວ ຫລັ່ງໄຫຼກັບບ້ານພ້ອມກັນ ຈໍານວນຜູ້ຕິດເຊື້ອໃນລາວເພີ້ມຂຶ້ນຢ່າງວ່ອງໄວ ແບບຕໍ່ເນື່ອງກັນ ຊຶ່ງກໍຄືເພີ້ມຂຶ້ນຈາກ 2,901 ຄົນ ໃນວັນທີ 13 ກໍລະກົດ ມາເປັນ 9,894 ຄົນ ໃນວັນທີ 14 ສິງຫາ.
ທ່ານຄຳໄຫລ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາ ຍອມຮັບວ່າການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ຂອງແຂວງຫຼວງນໍ້າທາ ປີ 2016 ຫາ 2020 ສາມາດປະຕິບັດໄດ້ ຕໍ່າກວ່າເປົ້າໝາຍທີ່ວາງໄວ້ .
ແຕ່ຢ່າງໃດກໍຕາມ ມູນຄ່າ GDP ຂອງແຂວງຊຽງຂວາງໃນປັດຈຸບັນ ສາມາດຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນ ໄດ້ພຽງ 1,622 ໂດລາຕໍ່ຄົນ.
ໂຫລດຕື່ມອີກ
No live streaming currently available