ພວກນັກສຶກສາ ທີ່ຫາກໍຮຽນຈົບໃໝ່ໆ 5 ພັນກວ່າຄົນ ອາດມີຄວາມສ່ຽງສູງ ທີ່ຈະບໍ່ມີວຽກເຮັດ ເນື່ອງຈາກວ່າ ທາງລັດຖະບານກໍມີໂຄຕາຈຳກັດ ແລະພາກເອກກະຊົນ ກໍພວມປະເຊີນກັບບັນຫາ ຍ້ອນໂຄວິດ-19
ສູນກາງຊາວໜຸ່ມປະຕິວັດລາວ ຈັດການຮ່າງກົດໝາຍສະບັບໃໝ່ ວ່າດ້ວຍຊາວໜຸ່ມເສັດແລ້ວ ຊຶ່ງຈະນຳສະເໜີ ເຂົ້າສູ່ການພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດລາວ ທ້າຍປີນີ້.
ການລົງທຶນຂອງຕ່າງປະເທດໃນແຂວງອຸດົມໄຊ ໃນຊ່ວງປີ 2016-2020 ມີຈຳນວນທັງໝົດ 493 ໂຄງການທີ່ຄິດເປັນມູນຄ່າການລົງທຶນລວມເກີນກວ່າ 2,493 ຕື້ກີບ.
ລັດຖະບານ ລາວ ແມ່ນຍັງສືບຕໍ່ປິດເຂດຊາຍແດນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ແລະ ບໍ່ອອກວີຊາໃຫ້ບຸກຄົນທີ່ມາຈາກປະເທດທີ່ມີການລະບາດຂອງ COVID-19.
ບັນດາວິສາຫະກິດຂະໜາດກາງ ແລະນ້ອຍສ່ວນຫລາຍໃນລາວ ຍັງຂາດທັກສະ ທາງດ້ານການຜະລິດສິນຄ້າ ເພື່ອແຂ່ງຂັນໃນຕະຫຼາດການຄ້າ ຈຶ່ງເຮັດໃຫ້ບໍ່ມີລາຍໄດ້ ສຳລັບຊໍາລະຄືນໜີ້ເງິນກູ້.
ໃນປັດຈຸບັນນີ້ ການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນ ລາວ ເປັນການຮ່ວມມືລະຫວ່າງ ລັດຖະ ບານ ລາວ ກັບ ນານາຊາດໄລຍະທີ 3 ທີ່ໄດ້ເລີ່ມການຈັດຕັ້ງປະຕິບັດ ນັບຈາກປີ 2017 ເປັນຕົ້ນມາ.
ທ່ານເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ປີເຕີ ເຮມ໋ອນ ແລະປະຊາຊົນຫຼວງພະບາງ ສະຫຼອງ ຫຼັງການສຳເລັດປະຕິສັງຂອນ ທີ່ວັດວິຊຸນ ໃນວັນທີ 6 ຕຸລາ 2020.
ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຍອມຮັບວ່າ ປະຊາຊົນລາວບັນດາເຜົ່າ ມີທ່າອຽງທີ່ເສື່ອມສັດທາຕໍ່ການນຳພາຂອງພັກ ຍ້ອນການຈັດຕັ້ງປະຕິບັດວຽກງານ ທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກ.
ຫລາຍປະເທດໃນໂລກ ລວມທັງລາວເອງ ຕ້ອງໄດ້ປິດປະເທດ ແລະກິດຈະການບາງສ່ວນໄວ້ ເພື່ອຫລຸດຜ່ອນ ການລະບາ ດຂອງພະຍາດໂຄວິດ-19 ເຮັດໃຫ້ເສດຖະກິດ ບໍ່ສາມາດຫລີກລ້ຽງ ພະຍາດອັນຮ້າຍແຮງນີ້ໄດ້.
ຄະນະສະເພາະກິດເພື່ອການປ້ອງກັນຄວບຄຸມ ກາ ລະບາດຂອງພະຍາດໄວຣັສ COVID-19 ໃນ ສປປ ລາວ ກຳລັງຈະພິຈາລະນາ ໃຫ້ບັນດານັກທຸລະກິດຊາວຕ່າງຊາດ ກັບຄືນມາລົງທຶນໃນລາວ .
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ຖະແຫຼງວ່າແຜນການພັດທະນາ ການທ່ອງທ່ຽວໃນຊ່ວງປີ 2021-2025 ຈະເນັ້ນໜັກການພັດທະນາ ນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທ່ອງທ່ຽວສີຂຽວ.
ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາດປີນີ້ ແມ່ນພິເສດກວ່າປີອື່ນໆ ທີ່ຜ່ານມາ, ເນື່ອງຈາກວ່າບັນດາຜູ້ນຳຈາກ 193 ປະເທດ ໃນທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມ ຜ່ານທາງອອນໄລນ.
ໂຫລດຕື່ມອີກ
No live streaming currently available