ທ່ານວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ຖະແຫລງວ່າ ບັນດາກະສິກອນທີ່ປູກກາເຟຢູ່ໃນແຂວງຈຳປາສັກ ກຳລັງປະເຊີນກັບບັນຫາດິນເສື່ອມຄຸນນະພາບຫຼາຍຂຶ້ນນັບມື້ ໂດຍມີສາເຫດມາຈາກການໃຊ້ປຸຍ ແລະສານເຄມີຕ່າງໆ
ໂຄງການທາງດ່ວນວຽງຈັນ-ວັງວຽງ ທີ່ເຊື່ອມຕໍ່ຈາກນະຄອນຫລວງວຽງຈັນ ໄປ ຫາສະຖານທີ່ທ່ອງທ່ຽວ ໃນເຂດເມືອງວັງວຽງແຂວງວຽງຈັນ ໂດຍບໍລິສັດຢຸ່ນໜ່ານຂອງຈີນນັ້ນ ຄາດວ່າຈະສໍາເລັດໃນທ້າຍປີນີ້.
ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຍອມຮັບ ວ່າການຂະຫຍາຍໂຕທາງເສດຖະກິດທີ່ຕໍ່າກວ່າ ຄາດໝາຍຍັງກະທົບການຫລຸດຜ່ອນ ບັນຫາຄວາມຍາກຈົນຂອງປະຊາຊົນ ໃນແຂວງສະຫວັນນະເຂດ.
ການລະບາດອງພະຍາດໄວຣັສໂຄວິດ-19 ຈະບໍ່ກະທົບຕໍ່ແຜນການພັດທະນາພື້ນຖານໂຄງລ່າງໃນລາວ.
ລັດຖະບານລາວ ບໍ່ມີມາດຕະການທີ່ມີປະສິດທິພາບ ເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບໃນຕະຫລາດເງິນ ໂດຍສະເພາະແມ່ນການຂາດດຸນການຄ້າຄືສາເຫດສໍາຄັນ ທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງນັບມື້.
ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ໃນແຂວງຜົ້ງສາລີ ບໍ່ມີລາຍໄດ້ສຳລັບນຳໃຊ້ໃນການພັດທະນາເພື່ອຍົກລະດັບຄຸນນະພາບຜົນຜະລິດ.
ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງວ່າ ພາກບໍລິການແລະທ່ອງທ່ຽວລາວ ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ຢ່າງຮຸນແຮງ ທັງຍັງຈະສືບຕໍ່ໄປ
ກໍາມະກອນໃນໂຮງງານຕັດຫຍິບຢູ່ລາວນອກຈາກໄດ້ຮັບຜົນກະທົບຈາກ ການປິດ ໂຮງງານໄວ້ໃໄລຍະນຶ່ງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ.
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າ ຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆຍັງຄົງພາກັນລະເມີດ ມາດຕະການສະກັດກັ້ນ ການລະບາດຂອງພະຍາດ Covid-19.
ການກໍ່ອາຊະຍາກຳທີ່ກ່ຽວພັນກັບບັນດານັກການພະນັນແລະກຸ່ມແກັ່ງອາຊະຍາກອນຈີນໃນລາວ ຍັງມີທ່າອຽງເພີ້ມຂຶ້ນນັບມື້.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຍອມຮັບວ່າ ມີພະນັກງານ ຂອງລັດຖະບານລາວ ໃນຂັ້ນແຂວງທົ່ວປະເທດ ທີ່ຍັງບໍ່ທັນໄດ້ຮັບເງິນເດືອນ ຢ່າງເປັນປົກກະຕິ.
ໃນປີ 2019 ທີ່ຜ່ານມາ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 45.5 ລ້ານໂດລາສະຫະລັດ.
ໂຫລດຕື່ມອີກ
No live streaming currently available