ການຕິດເຊື້ອ COVID-19 ໃນລາວໄດ້ເພີ້ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ວັນທີ່ 11 ເມສາ 2021 ເປັນຕົ້ນມາ, ໂດຍຈໍານວນຜູ້ຕິດໄວລັສ໌ໄດ້ເພີ້ມຂຶ້ນຈາກ 49 ຄົນ ມາເປັນ 1,800 ກ່ວາຄົນ.
ເຖິງແມ່ນທ່ານໄບເດັນໄດ້ຕ່າວປີ້ນ ນະໂຍບາຍຄົນເຂົ້າເມືອງ ທີ່ມີການໂຕ້ແຍ້ງກັນຫຼາຍທີ່ສຸດ ທີ່ວາງອອກໂດຍ ທ່ານທຣຳ ຈໍານວນນຶ່ງແລ້ວກໍຕາມ ແຕ່ສໍາລັບຂໍ້ຈໍາກັດ ທາງດ້ານວີຊາສໍາລັບຄົນລາວ ຍັງບໍ່ທັນຖືກຍົກເລີກເທື່ອ.
ການລະບາດຂອງພະຍາດ COVID-19 ແລະບັນຫາຂາດແຄນດ້ານເງິນທຶນສົ່ງຜົນເຮັດໃຫ້ບັນດາລັດວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວປະເຊີນກັບບັນຫາການລົ້ມລະລາຍທາງທຸລະກິດເພີ່ມຂຶ້ນນັບມື້.
ການມອບຮັບໃນຄັ້ງນີ້ ເປັນພຽງສ່ວນນຶ່ງ ຂອງການຊ່ວຍເຫຼືອໂດຍກົງ ຫຼາຍກວ່າ 8 ລ້ານໂດລາ ຂອງລັດຖະບານສະຫະລັດ ໃຫ້ແກ່ລັດຖະບານ ສປປ ລາວ ນັບຕັ້ງແຕ່ມີການເລີ້ມຕົ້ນການແຜ່ລະບາດຂອງພະຍາດໂຄວິດ.
ການລະບາດຂອງໄວຣັສ COVID-19 ໃນລາວ ໃນປັດຈຸບັນຊຶ່ງຖືເປັນການລະບາດໄລຍະທີ 2 ແລ້ວນັ້ນໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດການຄ້າ ແລະ ບໍລິການໃນ ລາວ ຢ່າງກວ້າງຂວາງ.
ກ່ອນໜ້ານີ້ ທາງການຕຳຫຼວດລາວ ກໍໄດ້ຄວບຄຸມໂຕ ຜູ້ຕ້ອງຫາເພດຍິງລາວ 2 ຄົນ ທີ່ເປັນສາເຫດຕົ້ນຕໍການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະໃໝ່ໄວ້ເພື່ອດຳເນີນຄະດີ ຕາມກົດໝາຍອາຍາແລ້ວ.
ໃນອາທິດແລ້ວນີ້ ວີໂອເອໄດ້ລາຍງານວ່າ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຖະແຫຼງວ່າ ລັດຖະ ບານລາວ ຈະມີການພິຈາລະນາ ອອກຄໍາສັ່ງທີ່ເຂັ້ມງວດຫຼາຍຂຶ້ນ ຖ້າພະຍາດໄວຣັສ COVID-19 ຍັງແຜ່ລາມ.
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ການອຳນວຍຄວາມສະດວກ ໃຫ້ແກ່ການລົງທືນໃນລາວ ຍັງດຳເນີນໄປຢ່າງຊັກຊ້າ ໃນການສົ່ງເສີມການລົງທຶນ ໂດຍຜ່ານລະບົບໃຫ້ບໍລິການ ແບບປະຕູດຽວ.
ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ວາງເປົ້າໝາຍ ທີ່ຈະຈັດເກັບລາຍຮັບ ໃນປີ 2021 ໃຫ້ໄດ້ໃນມູນຄ່າລວມ 4,609.71 ຕື້ກີບ.
ເຄືອຂ່າຍປະຊາຊົນແມ່ນໍ້າຂອງ ຮຽກຮ້ອງໃຫ້ພາກປະຊາສັງຄົມ ເສີມສ້າງການຮ່ວມມືກັນຫລາຍຂຶ້ນ ໂດຍແນໃສ່ການຢຸດຢັ້ງຜົນກະທົບ ຈາກບັນດາເຂື່ອນໄຟຟ້າ ຢູ່ແມ່ນໍ້າຂອງ ທັງໃນຈີນແລະລາວ.
ກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ສປປ ລາວ ຍັງມີການຈໍາກັດເສລີພາບ ໃນການນັບຖືສາສະໜາ ຂອງສາສະໜາກຸ່ມນ້ອຍຢູ່ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ ທີ່ຢູ່ຫ່າງໄກສອກຫຼີກ.
ທັງນີ້ ການຕິດເຊື້ອໄວຣັສ ໂຄວິດ-19 ໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວານັບຈາກວັນທີ 11 ເມສາ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດໄວຣັສເພີ້ມຂຶ້ນຈາກ 49 ຄົນເປັນ 1,500 ກວ່າຄົນ ໃນວັນທີ 14 ພຶດສະພາ.
ໂຫລດຕື່ມອີກ
No live streaming currently available