ລັດຖະບານລາວ ໂດຍກະຊວງການເງິນ ໄດ້ແຕ່ງຕັ້ງ 3 ບໍລິສັດຫລັກຊັບໃນລາວ ໃຫ້ເປັນຜູ້ຮັບຜິດຊອບ ໃນການ ລະດົມເງິນທຶນ ຈາກການຈຳໜ່າຍພັນທະບັດລັດຖະບານ ໃນຕະຫຼາດຫລັກຊັບແຫ່ງ ສປປ ລາວ.
ໃນຊ່ວງປີ 2020-2022 ບໍລິສັດສົ່ງສາຍໄຟຟ້າແຫ່ງຊາດ ລາວ ກໍໄດ້ວາງແຜນການຈະລົງທຶນໃນມູນຄ່າ 2,000 ລ້ານໂດລາເພື່ອກໍ່ສ້າງຕາໜ່າງສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ.
ດຣ. ຣັດຕະນະໄຊ ເວົ້າວ່າໂຮງແຮມທີ່ໄດ້ລ່ວງລະເມີດປ່ອຍໃຫ້ຜູ້ຖືກກັກບໍລິເວນອອກກ່ອນກຳນົດນັ້ນ ຈະຖືກມາດຕະການຈາກທາງການລາວ.
ມາຮອດປັດຈຸບັນ ສະຫະລັດອາເມຣິກາໄດ້ມີການລົງທຶນຫຼາຍກ່ວາ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນ ສປປ ລາວ ໂດຍຜ່ານໂຄງ ການລິເລີ່ມຕ່າງໆ ຮວມທັງໂຄງການຮຽນອ່ານ.
ທັງນີ້ບໍລິສດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ໄດ້ໃຊ້ເງິນທຶນເຖິງ 1,300 ລ້ານໂດລາສຳລັບການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ນັບຈາກທ້າຍປີ 2018 ເປັນຕົ້ນມາ.
ສູນກາງຊາວໜຸ່ມປະຕິວັດລາວ ໄດ້ຈັດການຮ່າງກົດໝາຍສະບັບໃໝ່ ວ່າດ້ວຍຊາວໜຸ່ມສຳເລັດແລ້ວ ໂດຍຈະສະເໜີເຂົ້າສູ່ການພິຈາລະນາ-ຮັບຮອງ ໃນກອງປະຊຸມສະໄໝສາມັນ ສະພາແຫ່ງຊາດລາວໃນທ້າຍປີ 2020 ນີ້.
ເຫດການທີ່ພົ້ນເດັ່ນຢູ່ເວທີສາກົນ ແລະຫລາຍພາກພື້ນ ທີ່ເກີດມາຈາກການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໜັກ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ັັທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄວາມເປັນຫ່ວງທີ່ ພະຍາດໄວຣັສ COVID-19 ມີໂອກາດທີ່ຈະກັບຄືນມາລະບາດໃນລາວ ອີກເທື່ອໃໝ່ອີກໃນ ສປປ ລາວ.
ທາງການຫວຽດນາມ ໄດ້ເຫັນດີເພື່ອສະໜັບສະໜຸນເຂດປ່າສະຫງວຍແຫ່ງຊາດພູຫິນໜາມໜໍ່ ໃນແຂວງຄຳມ່ວນຂອງລາວໃຫ້ເປັນມໍລະດົກໂລກທາງທຳມະຊາດ.
ນັບຕັ້ງແຕ່ໄດ້ເກີດໂຣກລະບາດ COVID-19 ປີກາຍນີ້ເປັນຕົ້ນມາ, ປະເທດ ລາວ ໄດ້ລາຍງານຜູ້ຕິດເຊື້ອໄວຣັສ 22 ຄົນ.
ລັດຖະບານໄທ ວາງແຜນພັດທະນາໃຫ້ໄທເປັນສູນກາງການຄ້າພະລັງງານໄຟຟ້າໃນອາຊຽນ ດ້ວຍການວາງ ແນວສາຍສົ່ງກະແສໄຟຟ້າ ທີ່ເຊື່ອມໂຍງຈາກລາວຜ່ານໄທໄປປະເທດທີສະມາຊິກອາຊຽນ ດ້ວຍກັນ,
ນັບແຕ່ເດືອນກໍລະກົດ 2020 ເປັນຕົ້ນມາທາງການແຂວງບໍ່ແກ້ວໄດ້ຈັບກຸມ ແລະ ສົ່ງຊາວ ຈີນ ທີ່ລັກລອບເດີນ ທາງເຂົ້າມາ ລາວ ໂດຍຜິດກົດໝາຍກັບຄືນໄປ ຈີນ ຫຼາຍກວ່າ 300 ຄົນ.
ໂຫລດຕື່ມອີກ
No live streaming currently available