ລັດຖະບານ ໄທ ໄດ້ວາງແຜນການຈະພັດທະນາໃຫ້ ໄທ ເປັນສູນກາງການຄ້າ ແລະ ການເຊື່ອມຕໍ່ດ້ານພະລັງງານໄຟຟ້າ ຂອງກຸ່ມອາຊຽນ ໃຫ້ໄດ້ພາຍໃນປີ 2025.
ການລັກລອບຂ້າມແມ່ນໍ້າຂອງ ຈາກເຂດຊົນນະບົດຂອງລາວ ໄປຫາເຂດຊົນນະບົດຢູ່ຝັ່ງໄທ ກໍຍັງສືບຕໍ່ມີມາຢູ່ເປັນບາງຄັ້ງຄາວ ອີງຕາມຊາວບ້ານຄົນນຶ່ງ.
ສະພາບການໃນປະເທດ ລາວ ຕອນນີ້ແມ່ນເປົ່າຫວ່າງ ໂດຍສະເພາະແມ່ນ ນະຄອນຫຼວງ ວຽງຈັນ, ເຊິ່ງເປັນບ່ອນທີ່ມີການລະບາດຫຼາຍທີ່ສຸດ.
ທາງການລາວ ໄດ້ພັດທະນາແຮງງານ ທີ່ມີຝີມືຕໍ່າກວ່າແຜນການທີ່ວາງໄວ້ ອັນໄດ້ກະທົບຕໍ່ການສະໜອແຮງງານ ໃຫ້ບໍລິສັດຕ່າງປະເທດ ທີ່ລົງທຶນໃນລາວ.ທັງເຮັດໃຫ້ອັດຕາການຫວ່າງງານເພີ່ມຂຶ້ນ 20 ເປີເຊັນອີກດ້ວຍ,
ຫັນໄດ້ຈາກການພັດທະນາເສັ້ນທາງຄົມມະ ນາຄົມ-ຂົນສົ່ງໃນ ລາວ ໃນໄລຍະ 5 ປີຜ່ານມາ ສາມາດເຊື່ອມຕໍ່ລະຫວ່າງເມືອງໃນທົ່ວປະເທດໃນຕະຫຼອດປີ.
ນັບແຕ່ວັນທີ ໃນວັນທີ 19 ເມສາ ກໍມີຜູ້ຕິດເຊື້ອໃນລາວເພີ້ມຂຶ້ນ 376 ຄົນ ຊຶ່ງເປັນ ການເພີ້ມວ່ອງໄວຢ່າງເປັນປະຫວັດການ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອສະສົມ ທີ່ເພີ້ມຂຶ້ນມາເປັນ 436 ລາຍແລ້ວ ໃນວັນຈັນວານນີ້.
ຜູ້ປະສານງານໄດ້ກ່າວວ່າ “ດຽວນີ້ ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນລາວຂໍສຳປະທານນຳລັດຖະບານໄດ້ແລ້ວ ບໍ່ມີທຶນກະເອົາຕ່າງຊາດມາເຮັດ ແລ້ວຜິດກັນ"
ຊາວລາວຢູ່ໃນເຂດນະຄອນຫລວງວຽງຈັນ ມີຄວາມເປັນຫ່ວງ ຢ້ານຕິດພະຍາດຫຼາຍຂຶ້ນ ຍ້ອນມີຄົນລາວ ແລະໄທທີ່ຕິດເຊື້ອພະຍາດນີ້ ລັກລອບເຂົ້າມາ ເພື່ອມາສະຫລອງບຸນປີ ໃໝ່ຢູ່ລາວ..
ທ່ານຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 9 ຖະແຫລງວ່າ ຄະນະປະຈຳສະພາແຫ່ງຊາດລາວ ຊຸດທີ 9 ວາງເປົ້າໝາຍຈະພັດທະນາປັບປຸງແລະຮ່າງກົດໝາຍຕ່າງໆໃນຊ່ວງປີນ 2021-2025 ໃຫ້ໄດ້ 96 ສະບັບ.
ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດໃນໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021 ຫາ 2025 ໄດ້ວາງຄາດໝາຍ ໃນການຂະຫຍາຍໂຕທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນ ຕໍ່ປີ.
ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ການລະບາດຂອງເຊື້ອໄວຣັສ COVID-19 ໃນປະເທດເພື່ອນບ້ານ ໂດຍສະເພາະ ແມ່ນໃນປະເທດໄທນັ້ນ ນັບເປັນສະພາບການທີ່ສາມາດຈະແຜ່ລະບາດ ເຂົ້າມາໃນລາວ.
ເງິນລົງທຶນຂອງທາງການຈີນ ທີ່ຫລັ່ງໄຫລເຂົ້າໄປໃນລາວມີເຖິງ 11 ຕື້ໂດລາຕໍ່ປີ ອີງຕາມເວັບໄຊ້ Aiddata.org ທີ່ດຳເນີນງານໂດຍມະຫາວິທະຍາໄລ ວີລລຽມແລະແມຣີ ຂອງສະຫະລັດ.
ໂຫລດຕື່ມອີກ
No live streaming currently available