ຫັນໄດ້ຈາກການພັດທະນາເສັ້ນທາງຄົມມະ ນາຄົມ-ຂົນສົ່ງໃນ ລາວ ໃນໄລຍະ 5 ປີຜ່ານມາ ສາມາດເຊື່ອມຕໍ່ລະຫວ່າງເມືອງໃນທົ່ວປະເທດໃນຕະຫຼອດປີ.
ນັບແຕ່ວັນທີ ໃນວັນທີ 19 ເມສາ ກໍມີຜູ້ຕິດເຊື້ອໃນລາວເພີ້ມຂຶ້ນ 376 ຄົນ ຊຶ່ງເປັນ ການເພີ້ມວ່ອງໄວຢ່າງເປັນປະຫວັດການ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອສະສົມ ທີ່ເພີ້ມຂຶ້ນມາເປັນ 436 ລາຍແລ້ວ ໃນວັນຈັນວານນີ້.
ຜູ້ປະສານງານໄດ້ກ່າວວ່າ “ດຽວນີ້ ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນລາວຂໍສຳປະທານນຳລັດຖະບານໄດ້ແລ້ວ ບໍ່ມີທຶນກະເອົາຕ່າງຊາດມາເຮັດ ແລ້ວຜິດກັນ"
ຊາວລາວຢູ່ໃນເຂດນະຄອນຫລວງວຽງຈັນ ມີຄວາມເປັນຫ່ວງ ຢ້ານຕິດພະຍາດຫຼາຍຂຶ້ນ ຍ້ອນມີຄົນລາວ ແລະໄທທີ່ຕິດເຊື້ອພະຍາດນີ້ ລັກລອບເຂົ້າມາ ເພື່ອມາສະຫລອງບຸນປີ ໃໝ່ຢູ່ລາວ..
ທ່ານຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 9 ຖະແຫລງວ່າ ຄະນະປະຈຳສະພາແຫ່ງຊາດລາວ ຊຸດທີ 9 ວາງເປົ້າໝາຍຈະພັດທະນາປັບປຸງແລະຮ່າງກົດໝາຍຕ່າງໆໃນຊ່ວງປີນ 2021-2025 ໃຫ້ໄດ້ 96 ສະບັບ.
ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດໃນໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021 ຫາ 2025 ໄດ້ວາງຄາດໝາຍ ໃນການຂະຫຍາຍໂຕທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນ ຕໍ່ປີ.
ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ການລະບາດຂອງເຊື້ອໄວຣັສ COVID-19 ໃນປະເທດເພື່ອນບ້ານ ໂດຍສະເພາະ ແມ່ນໃນປະເທດໄທນັ້ນ ນັບເປັນສະພາບການທີ່ສາມາດຈະແຜ່ລະບາດ ເຂົ້າມາໃນລາວ.
ເງິນລົງທຶນຂອງທາງການຈີນ ທີ່ຫລັ່ງໄຫລເຂົ້າໄປໃນລາວມີເຖິງ 11 ຕື້ໂດລາຕໍ່ປີ ອີງຕາມເວັບໄຊ້ Aiddata.org ທີ່ດຳເນີນງານໂດຍມະຫາວິທະຍາໄລ ວີລລຽມແລະແມຣີ ຂອງສະຫະລັດ.
ທ່ານຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ກ່າວຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດລາວ ຊຸດທີ 9 ວ່າການສໍ້ລາດບັງຫຼວງໃນວົງການພັກ ແລະ ລັດຖະບານ ເປັນບັນຫາສຳຄັນ.
ການຄ້າລະຫວ່າງ ໄທ ກັບ ລາວ ໃນຕະຫຼອດປີ 2021 ຍັງບໍ່ມີປັດໄຈ ທີ່ຈະເຮັດໃຫ້ມີສະພາບການທີ່ດີຂຶ້ນ ເມື່ອທຽບກັບໃນປີ 2020 ທີ່ຜ່ານມາ.
ເພື່ອເປັນການສະກັດກັ້ນຄົນລັກລອບຂ້າມແມ່ນໍ້າຂອງມາ ລາວ ນັ້ນ, ທາງການລາວກໍໄດ້ຈັດເຮືອຫຼາຍລຳ ເພື່ອໄປລາດຕະເວນຢູ່ຕາມແມ່ນໍ້າຂອງ ແລະ ກວດກາຢ່າງເຂັ້ມງວດຢູ່ເຂດຊາຍແດນ.
ໂຫລດຕື່ມອີກ
No live streaming currently available