ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫຼງຢືນຢັນວ່າ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ບໍ່ໜ້ອຍກວ່າ 4,000 ລ້ານໂດລາສະຫະລັດ ໃນແຕ່ລະປີ.
ໃນສາຍຕາຂອງຜູ້ໂຈມຕີຊາວເອເຊຍ ຢູ່ໃນສະຫະລັດ ຄົນຈຳນວນນຶ່ງ ພຽງແຕ່ເບິ່ງຜີວພັນຄົນເອເຊຍ ໂດຍບໍ່ມີ ການໄຈ້ແຍກວ່າ ໃຜເປັນໃຜ ແລະດ້ວຍເຫດຜົນອັນໃດ.
ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າ ໃນຊ່ວງປີ 2016-2020 ຜ່ານມາ ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳ ໃຫ້ກັບແຮງງານ ລາວ ໄດ້ທັງໝົດ 523,559 ຄົນ.
ກອງປະຊຸມສະໄໝສາມັນຄັ້ງທີ 1 ຂອງສະພາແຫ່ງຊາດລາວຊຸດທີ 9 ຈະຈັດຂຶ້ນໄດ້ໃນເດືອນມີນາ 2021 ເພື່ອແຕ່ງ ຕັ້ງປະທານປະເທດ ປະທານສະພາ ນາຍົກລັດຖະມົນຕີ ລັດຖະມົນຕີ ປະທານສານ ແລະໄອຍະການ ປຊຊ ສູງສຸດ.
ການສະຫຼອງບຸນປີໃໝ່ກຸດຈີນ ແລະບຸນເຕັດຂອງຊາວຫວຽດນາມ ໃນປີນີ້ ບໍ່ຄຶກຄື້ນກັບໃນປີທີ່ຜ່ານມາ ຍ້ອນການລະບາດຂອງໂຄວິດ-19 ຮອບສອງ.
ກະຊວງສຶກສາທິການ ສປປ ລາວ ຈະແກ້ໄຂບັນຫາ ການພັດທະນາການສຶກສາ ທາງໄກຜ່ານລະບົບ Internet ແລະໂທລະພາບ ທີ່ເຊື່ອມຕໍ່ໄສ່ບັນດາໂຮງຮຽນ ໃນເຂດຊົນນະບົດ ໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ.
ກະຊວງແຜນການ ແລະ ການລົງທຶນ ລະບຸວ່າ ຄົນ ລາວ ມີລາຍໄດ້ສະເລ່ຍ 2,664 ໂດລາຕໍ່ຄົນ ໃນປີ 2020.
ຖ້າມີໂຮງຈັກໂຮງງານຢູ່ລາວ ແຮງງານລາວກໍບໍ່ຈຳເປັນ ທີ່ຈະຕ້ອງເດີນທາງໄປປະເທດໄທ ຫລືປະເທດໃດໆທັງສິ້ນ.
ລາວຈະນຳໃຊ້ວັກຊີນ ປ້ອງກັນເຊື້ອໄວຣັສໂຄວິດ-19 ທີ່ຊ່ວຍເຫຼືອຈາກລັດຖະບານຈີນ 300,000 ໂດສ ນັ້ນໃຊ້ເພື່ອສັກໃຫ້ແກ່ບຸກຄະລາກອນ ທີ່ປະຕິບັດງານ ທີີ່ມີຄວາມສ່ຽງເປັນກຸ່ມທຳອິດ.
ຫຼັງຈາກຮວບຮວມບັດເລືອກຕັ້ງແລ້ວ ສະຖານທູດ ລາວ ຕໍ່ໄປກໍຈະສົ່ງຜົນ ໄປໃຫ້ກະຊວງການຕ່າງປະເທດຢູ່ ລາວ ເພື່ອສົບທົບການການເລືອກຕັ້ງທົ່ວປະເທດ ໃນວັນທີ 21 ກຸມພາ.
ຄະນະຜູ້ພິພາກສາສານສູງສຸດຂອງ ໄທ ໄດ້ມີຄຳສັ່ງ ບໍ່ຮັບຄຳຮ້ອງຂອງທ້າວ ໄຊຊະນະ ແກ້ວພິມພາ ນັກໂທດສັນຊາດ ລາວ ທີ່ຖືກຕຳຫຼວດ ໄທ ຈັບກຸມດ້ວຍຂໍ້ຫາ ຄ້າຢາເສບຕິດຂ້າມຊາດ.
ເຈົ້າໜ້າທີ່ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ໃຫ້ການຢືນຢັນວ່າ ບັນຫາທີ່ມີຄວາມຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງໃນລາວປັດຈຸບັນນີ້ ກໍແມ່ນການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນບໍ່ແຮ່.
ໂຫລດຕື່ມອີກ
No live streaming currently available