ຄົນຂີິ້ລັກສ່ວນຫຼາຍ ມັກຈະຖືກຈັບບໍ່ໄດ້ ຍ້ອນວ່າພວກເຂົາ ຈະລັກເຄື່ອງເວລາທີ່ບໍ່ມີຄົນຢູ່ບ້ານ ຫຼືວ່າຕອນເດິກເວລາທີ່ປະຊາຊົນ ເຂົ້ານອນໝົດແລ້ວ.
ສປປລາວ ຈະຕ້ອງປັບປ່ຽນ ຈາກການພັດທະນາ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດເປັນຫລັກ ໄປສູ່ການພັດທະນາ ທີ່ນໍາໃຊ້ຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ທີ່ເປັນໃຈກາງການພັດທະນາ ໃນ ທຸກດ້ານ.
ການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນ ເຮັດໃຫ້ເສດຖະກິດໃນ ລາວ ເກີດການເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ.
ເຖິງແມ່ນວ່າ ຈະມີການຕິດເຊື້ອໃນລະດັບຕ່ຳກໍຕາມ ແຕ່ກໍຍັງຖືເປັນສະພາບການທີ່ຍັງມີຄວາມສ່ຽງ ທີ່ຈະມີຄົນລາວຕິດເຊື້ອໄວຣັສ Covid-19 ເພີ້ມຂຶ້ນໄດ້ ຍ້ອນຍັງມີແຮງງານລາວ ເດີນທາງກັບຄືນມາລາວ ທຸກມື້ນັ້ນເອງ.
ເຖິງຈະເລີ້ມເປີດໃຫ້ຄົນສັນຈອນໄປມາແດ່ແລ້ວ ຜົນກະທົບຂອງການປິດເມືອງຜ່ານມາ ຕໍ່ການຄ້າຂາຍ ແມ່ນຍັງມີຢ່າງຫລວງຫລາຍຢູ່.
ປັດຈຸບັນລາວ ມີ SME ຈຳນວນ 124,830 ລາຍ ຄິດເປັນ 97 ເປີເຊັນ ຂອງວິສະຫະກິດທັງໝົດ ມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນ ຂອງຜະລິດຕະພັນລວມ ຫຼື GDP ຂອງລາວ.
ທາງການ ລາວ ໄດ້ອະນຸຍາດບັນດາຫົວໜ່ວຍທຸລະກິດການຄ້າ ແລະ ການບໍລິການຕ່າງໆໃຫ້ສາມາດເປີດກິດຈະການໄດ້ຊົ່ວຄາວໃນຊ່ວງວັນທີ 4-17 ພຶດສະພາ 2020.
ລັດຖະບານລາວຢືນຢັນວ່າ ຈະບໍ່ມີການປັບຫລຸດພາສີມູນຄ່າເພີ້ມ ແລະຄ່າທໍານຽມການໃຊ້ໄຟຟ້າ ແລະນໍ້າປະປາ ໃຫ້ປະຊາຊົນໃນໄລຍະນີ້ ເຖິງແມ່ນວ່າ ຈະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ກໍຕາມ.
ທາງດ້ານຜູ້ຊ່ຽວຊານດ້ານການເງິນ ຂອງທະນາຄານໂລກ ໃຫ້ການຢືນຢັນວ່າ ລັດຖະບານລາວ ໄດ້ປະເຊີນກັບການເປັນໜີ້ເງິນກູ້ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນຈາກ 12,104 ລ້ານໂດລາ.
ໂດຍເຫັນໄດ້ຈາກກໍລະນີທີ່ສານປະຊາຊົນ ແຂວງຈຳປາສັກໄດ້ພິພາກຕັດສິນລົງງໂທດຈຳຄຸກ 5 ປີ ແລະປັບໃໝ 20 ລ້ານກີບ ນາງຮວຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ອາຍຸ 30 ປີ ມີອາຊີບຄ້າຂາຍຢູ່ທີ່ເມືອງໂພນທອງ ແຂວງຈຳປາສັກ
ພະຍາດ ໂຄວິດ-19 ທີ່ເປັນອັນ ຕະລາຍ ຮ້າຍແຮງນີ້ຫລຸດລົງ ເມື່ອທຽບໃສ່ຕອນທີ່ມີການລະບາດເຊື້ອໄວຣັສນີ້ ໃໝ່ຢູ່ໃນຫລາຍປະເທດ ກັບເພື່ອນບ້ານຂອງລາວ.
ບັນດານັກທຸລະກິດໃນ ສປປ ລາວ ພາກັນຮຽກຮ້ອງ ຕໍ່ລັດຖະບານ ໃຫ້ຊ່ວຍເຫຼືອ ຍ້ອນການຖືກກະທົບຈາກການລະບາດໄວຣັສ COVID-19.
ໂຫລດຕື່ມອີກ
No live streaming currently available