ົເນື່ອງຈາກການລະບາດຂອງພະຍາດໂຄວິດ 19 ທະນາຄານພັດທະນາເອເຊຍ ຫລື ADB ໄດ້ປັບຫຼຸດຄາດໝາຍ ການເຕີບໂຕ ທາງເສດຖະກິດຂອງລາວ ໃນປີ 2020 ລົງຈາກລະດັບ 6.2 ເປີ ເຊັນເປັນ 3.5 ເປີເຊັນ.
ເປັນຫຍັງຕ້ອງປ່ຽນການຄິດໄລ່ຄ່າໃຊ້ໄຟຟ້າແບບໃໝ່? ນີ້ແມ່ນຄຳຖາມຂອງປະຊາຊົນ ລາວ ຜູ້ທີ່ຮ້ອງທຸກຈາກການຖືກປັບຄ່າໃຊ້ໄຟຟ້າທີ່ສູງຂຶ້ນ.
ນັກລົງທຶນຈີນ ຢືນຢັນວ່າ ການກໍ່ສ້າງທາງລົດໄຟລາວ-ຈີນໃນລາວ ຈະສໍາເລັດແລ້ວຕາມແຜນການ ທີ່ວາງໄວ້ ເຖິງແມ່ນວ່າ ຈະມີການຊັກຊ້າກວ່າ 3 ເດືອນ ເພາະການລະບາດ ຂອງໄວຣັສ Covid-19 ກໍຕາມ.
ໂຄງການເຂື່ອນໄຟຟ້າຊະນະຄາມ ມີກຳລັງຕິດຕັ້ງ 684 ເມກະວັດ ໂດຍຈະໃຊ້ທຶນກໍ່ສ້າງ ໃນມູນຄ່າລວມ 2,073 ລ້ານໂດລາທີ່ເປັນການລົງທຶນ 100 ເປີເຊັນຂອງບໍລິສັດ ຕ້າຖັງ ຈາກ ຈີນ.
ພົນເອກຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຖະແຫລງຢືນຢັນວ່າ ກອງທັບປະຊາຊົນລາວ ສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງເຕັມສ່ວນ ທັງຍັງສາມາດປົກປັກຮັກສາ
ລັດຖະບານລາວຫລຸດຄ່າທຳນຽມການໃຊ້ໄຟຟ້າລົງ 15 ເປີເຊັນພິເສດ ເພື່ອຊ່ວຍຫລຸດຜ່ອນການໃຊ້ຈ່າຍ ໃນຊີວິດປະຈຳວັນ ຂອງປະຊາຊົນລາວ ທີ່ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ໃນທົ່ວປະເທດ.
ລັດຖະບານ ລາວ ປະເມີນວ່າການລະບາດຂອງໄວຣັສ Covid-19 ຈະສົ່ງຜົນເຮັດໃຫ້ເສດຖະ ກິດໃນ ລາວ ເກີນການເສຍຫາຍເກີນກວ່າ 7,000 ຕື້ກີບ.
ທ່ານທູດ ເຮມອນ ກ່າວວ່າ "ສະຫະລັດອາເມຣິກາມີຄວາມຍີນດີ ທີ່ຈະສືບຕໍ່ຂະຫຍາຍການຊ່ວຍເຫຼືອຂອງພວກເຮົາ ໃຫ້ແກ່ ສປປ ລາວ ເນື່ອງຈາກວ່າ ພວກເຮົາກໍາລັງເຮັດວຽກຮ່ວມກັນກັບທົ່ວໂລກ ເພື່ອຮບມືກັບພະຍາດ COVID-19."
ລັດຖະບານລາວມີຄຳສັ່ງເຖິງບັນດາທະນາຄານເອກກະຊົນ ເພື່ອໃຫ້ການຊ່ວຍເຫຼືອແກ່ບັນດາວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ SMEs ແລະບໍລິສັດ ເອກກະຊົນທີ່ຖືກກະທົບຈາກການລະບາດຂອງ COVID-19.
ນັບຕັ້ງແຕ່ຕົ້ນອາທິດນີ້ມາລາວ ກໍໄດ້ເລີ້ມຜ່ອນຜັນມາດຕະການຈໍາກັດ ທີ່ໃຊ້ໃນການສະກັດກັ້ນການລະບາດຂອງໂຄວິດ-19 ໂດຍການເປີດໃຫ້ຄົນໄປເຮັດວຽກເຮັດການ ແລະທຸລະກິດຢ່າງມີຄວາມລະມັດລະວັງ.
ລາວປະເຊີນກັບການຂາດດຸນການຄ້າຕ່າງປະເທດກວ່າ 287 ລ້ານໂດລາ ໃນເດືອນ 4 ຕົ້ນປີ 2020 ໂດຍທີ່ລາວຂາດດູນການຄ້າຕໍ່ໄທຫລາຍທີ່ສຸດ ແຕ່ການລະບາດຂອງໂຄວິດ-19 ກໍເຮັດໃຫ້ການຄ້າຫລຸດລົງ.
ໂຫລດຕື່ມອີກ
No live streaming currently available