ຄະນະຜູ້ພິພາກສາສານສູງສຸດຂອງ ໄທ ໄດ້ມີຄຳສັ່ງ ບໍ່ຮັບຄຳຮ້ອງຂອງທ້າວ ໄຊຊະນະ ແກ້ວພິມພາ ນັກໂທດສັນຊາດ ລາວ ທີ່ຖືກຕຳຫຼວດ ໄທ ຈັບກຸມດ້ວຍຂໍ້ຫາ ຄ້າຢາເສບຕິດຂ້າມຊາດ.
ເຈົ້າໜ້າທີ່ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ໃຫ້ການຢືນຢັນວ່າ ບັນຫາທີ່ມີຄວາມຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງໃນລາວປັດຈຸບັນນີ້ ກໍແມ່ນການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນບໍ່ແຮ່.
ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ການເລືອກຕັ້ງສະພາປະຊາຊົນຂັ້ນແຂວງ ຢູ່ໃນທັງ 18 ແຂວງ ກັບ 1 ນະຄອນຫຼວງຂອງລາວຄັ້ງທີ 2 ຈະຈັດຂຶ້ນໃນວັນທີ 21 ກຸມພາ.
ການລະບາດຂອງພະຍາດໂຄວິດ COVID-19 ໃນປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດມຽນມາ ແລະໄທນັ້ນ ໄດ້ເປັນຜົນ ເຮັດໃຫ້ມີການລັກລອບເດີນທາງ ເຂົ້າມາໃນລາວ ໂດຍຜິດກົດໝາຍເພີ້ມຂຶ້ນນັບມຶ້.
ສາເຫດທີ່ຕ້ອງມີການສ້າງຕັ້ງບໍລິສັດຮ່ວມທຶນ ລາວ-ຈີນ ໃນຄັ້ງນີ້ເພາະວ່າ ການລ້ຽງສັດໃນ ລາວ ຍັງຈະຕ້ອງໄດ້ຮັບການພັດທະນາ ໃນດ້ານເທັກນິກສະໄໝໃໝ່ ຢ່າງຮີບດ່ວນທີ່ສຸດ.
ສໍາລັບຄົນລາວຜູ້ທີ່ຢູ່ຕ່າງປະເທດ ເຊັ່ນນັກສຶກສາລາວ ຢູ່ໃນສະຫະລັດ ແມ່ນເຂົ້າຮ່ວມການປ່ອນບັດເລືອກຕັ້ງນີ້ ແມ່ນເຮັດໄດ້ໂດຍການສົ່ງບັດເລືອກຕັ້ງ ທາງໄປສະນີ ບໍ່ໃຫ້ກາຍວັນເສົາ, ວັນທີ 13 ກໍຄື ມື້ອື່ນນີ້.
ລັດຖະບານໄທໃຫ້ການສົ່ງເສີມການຜະລິດ ແລະຊົມໃຊ້ພະລັງງານໝູນວຽນ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະເຮັດໃຫ້ໄທ ເປັນສູນກາງໃນການເຊື່ອມຕໍ່ສາຍສົ່ງໄຟຟ້າ ຂອງອາຊຽນອີກດ້ວຍ.
ປີ 2020 ທີ່ຜ່ານມາໄດ້ກວດພົບການເສຍຫາຍຈາກການໃຊ້ຈ່າຍງົບປະມານຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍໃນໂຄງການລົງທຶນຂອງລັດຖະບານ ລາວ ຈຳນວນ 191 ໂຄງການ.
ທັງນີ້ໂດຍການເລືອກຕັ້ງໃນລາວ ທີ່ກຳນົດຈະມີຂຶ້ນໃນວັນທີ 21 ກຸມພາ 2021 ຈະປະກອບດ້ວຍການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ຈຳນວນ 164 ຄົນ ຈາກຜູ້ສະໝັກທັງໝົດ 224 ຄົນ.
ມາດຕະການປິດປະເທດ ຢ່າງເຂັ້ມງວດ ໃນການເດີນທາງ ໃນບາງແຂວງ ຫລັງການລະບາດຂອງໂຄວິດ-19 ຮອບສອງ ເຮັດໃຫ້ສິນຄ້າແພງຂຶ້ນ.
ການປາບປາມ ຂະບວນການລັກລອບຄ້າຢາເສບຕິດ ໃນລາວ ຍັງມີປະສິດທິພາບຕໍ່ າກໍເພາະວ່າ ກົນໄກການສືບ ຂ່າວຂອງຕຳຫຼວດລາວ ຍັງຕິດຕາມບໍ່ທັນ ການເຄື່ອນໄຫວ ຂອງຂະບວນການຄ້າຢາເສບຕິດ.
ໃນປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ, ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ຊຶ່ງໃນນີ້ກໍໄດ້ສົ່ງອອກໄປຂາຍໃຫ້ກັບ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນ ເປັນ 7,000 ເມກະວັດ ໃນປີ 2022
ໂຫລດຕື່ມອີກ
No live streaming currently available