ການລະບາດໂຄວິດ-19 ຍັງເຮັດໃຫ້ລັດຖະບານລາວ ບໍ່ສາມາດຈັດສົ່ງແຮງງານລາວ ໄປຕ່າງປະເທດໄດ້ ຕາມ ສັນຍາອີກ ໂດຍສະເພາະແມ່ນປະເທດໄທ ເກົາຫຼີໃຕ້ ແລະຍີ່ປຸ່ນ.
ການກໍ່ອາຊະຍາກຳ ທີ່ພົວພັນກັບບັນດານັກຫຼິ້ນການພະນັນ ແລະ ແກັ່ງຄ້າຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພົນລະເມືອງ ລາວ ໃນເຂດນະຄອນຫຼວງວຽງຈັນ ຢ່າງກວ້າງຂວາງ ໃນປັດຈຸບັນນີ້.
ກອງປະຊຸມໃນອາທິດແລ້ວ ຍັງໄດ້ເລືອກເອົາ ຄະນະເລຂາສູນກາງພັກ 9 ຄົນ ແລະເລືອກເອົາທ່ານບຸນທອງ ຈິດມະນີ ເປັນຜູ້ປະຈຳການ ແລະຄະນະກວດກາ ສູນກາງພັກ 7 ຄົນ ນຳພາໂດຍ ທ່ານຄຳພັນ ພົມມະທັດ.
ນາງ ວຽງສະຫວັນ ເວົ້າວ່າ ຮຽນອອນໄລນ໌ບໍ່ໄດ້ເຮັດໃຫ້ຄຸນນະພາບ ໃນການສຶກສາຫຼຸດລົງ, ມີແຕ່ເລື່ອງຄວາມສະດວກເທົ່ານັ້ນ ທີ່ເປັນບັນຫາ.
ການລົງທຶນທີ່ເພີ່ມຂຶ້ນ ຂອງບໍລິສັດຈີນ ຢູ່ແຂວງອຸດົມໄຊ ໄດ້ເຮັດໃຫ້ເສດຖະກິດ ໃນແຂວງດັ່ງກ່າວນີ້ ຍັງສືບຕໍ່ຂະຫຍາຍຕົວ ເຖິງແມ່ນວ່າຈະຖືກກະທົບ ຈາກການລະບາດຂອງໂຄວິດ-19 ກໍຕາມ.
ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວໃນພິທີວ່າ “ພວກເຮົາມີຄວາມຍິນດີຫຼາຍ ທີ່ສະມາຊິກທີມງານຂອງ ຄກລ (UXO Lao) ທີ່ມີຄວາມຫ້າວຫັນຈະໄດ້ມີອຸປະກອນທີ່ມີຄວາມພ້ອມໃນການປະຕິບັດວຽກງານທີ່ສໍາຄັນ.”
ຄະນະລັດຖະບານ ລາວ ຊຸດໃໝ່ ກໍມີພາລະໜ້າທີ່ຮີບດ່ວນ ທີ່ຈະຕ້ອງດຳເນີນການແກ້ໄຂໃຫ້ໄດ້ຢ່າງເປັນຮູບປະທຳໃນ 3 ດ້ານດ້ວຍກັນ.
ກ່ອນໜ້ານີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ສະເໜີລາຍງານວ່າ ເສດຖະກິດໃນລາວ ໃນປີ 2020 ທີ່ຜ່ານມາ ໄດ້ປັບຕົວລົດລົງແລະຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ 2019 ແລະຖືເປັນການຕິດລົບຄັ້ງທໍາອິດ.
ການລະບາດຮອບໃໝ່ຂອງໂຄວິດ-19 ຢູ່ໃນໄທ ເຮັດໃຫ້ແຮງງານລາວ ທີ່ຍັງຢູ່ໄທ ແລະພວກທີ່ກັບມາບ້ານ ພົບບັນຫາຫຍຸ້ງຍາກເພີ້ມຂຶ້ນ.
ສານອວຍພອນ ຈາກ ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ຕໍ່ກັບຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກພັກປະຊາຊົນປະຕິວັດລາວ.
ໂຄງການການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຄືບໜ້າຕາມແຜນການແລະ ລົດໄຟຂະບວນລົດໄຟປະຖົມມະເລີກ ທີ່ເຊື່ອມຕໍ່ລະຫວ່າງປະເທດທັງສອງ ຈະມີຂຶ້ນຕາມກຳນົດທີ່ວາງໄວ້ ໃນວັນທີ 2 ທັນວາ 2021 ຈະມານີ້.
ໃນປັດຈຸບັນລັດຖະບານ ລາວ ໄດ້ອະນຸຍາດສຳປະທານທີ່ດິນ ໃຫ້ກັບນັກລົງທຶນ ລາວ ແລະ ນັກລົງທຶນຊາວຕ່າງຊາດ ຈຳນວນ 1,758 ໂຄງການ.
ໂຫລດຕື່ມອີກ
No live streaming currently available