ການລ້ຽງສັດທີ່ບໍ່ໄດ້ມາດຕະຖານໃນລາວ ຄືສາຍເຫດສໍາຄັນ ທີ່ເຮັດໃຫ້ເກີດການລະບາດຂອງພະຍາດຕິດຕໍ່ ໃນສັດລ້ຽງໄດ້ງ່າຍ ພ້ອມທັງເຮັດໃຫ້ຕະຫລາດຕ່າງປະເທດ ບໍ່ເຊື່ອໝັ້ນຕໍ່ການອະນາໄມສັດລ້ຽງ.
ຖະແຫຼງການຂອງສະຖານທູດຍີ່ປຸ່ນ ເວົ້າວ່າ ປະເທດຍີ່ປຸ່ນມີຄວາມຍິນດີ ທີ່ຈະສະໜອງຢາວັກຊີນ ອາສຕຣາເຊເນກາ ທີ່ຜະລິດຢູ່ໃນປະເທດຍີ່ປຸ່ນ ປະມານ 6 ແສນໂດສ ໃຫ້ແກ່ປະຊາຊົນລາວ ໂດຍຜ່ານໂຄງການໂຄແວັກສ໌.
ໂຄງການກໍ່ສ້າງທາງດ່ວນະຄອນຫຼວງວຽງຈັນ-ບໍ່ເຕັນ ເຊື່ອມຕໍ່ນະຄອນວຽງຈັນກັບເມືອງວັງວຽງ ດ້ວຍໄລຍະ ທາງ 113.5 ກິໂລແມັດ ໂດຍກໍ່ສ້າງແລ້ວເສັດ ແລະເປີດນໍາໃຊ້ນັບແຕ່ ທ້າຍປີ 2020.
ຫລາຍໆທ່ານຍັງຄົງຈໍາໄດ້ ກ່ອນຈະມີການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໃນລາວ ໃນນັ້ນກໍມີສາວລາວສອງຄົນ ທີ່ພາຜູ້ຊາຍໄທສອງຄົນໄປທ່ຽວໃນເມືອງສະຫວັນນະເຂດແລະນະຄອນຫລວງວຽງຈັນ.
ທ່ານນາງ ປານີເວົ້າວ່າ “ການໄດ້ຮັບວັກຊີນຈອນຊັນ ເເອນ ຈອນຊັນຂອງ ສປປ ລາວ ໃນຄັ້ງນີ້ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການຊັກວັກຊີນໃຫ້ໄດ້ຢ່າງໜ້ອຍ 50 ເປີເຊັນ ຂອງປະຊາຊົນລາວ ພາຍໃນທ້າຍປີນີ້.”
ອີງຕາມແຈ້ງການ ແຮງງານລາວທີ່ມີການລັກລອບມາແຕ່ສາມຫລ່ຽມຄໍາ, ມາເຖິງວັນທີ 18 ກໍລະກົດ ໄດ້ພົບກຸ່ມຄົນເຫລົ່ານັ້ນແລ້ວ ແລະກໍາລັງກັກໂຕຕາມຂັ້ນຕອນຢູ່.
ພະຍາດຜິວໜັງອັກເສບຕໍ່ງົວ-ຄວາຍໄດ້ລະບາດຢູ່ໃນເຂດ 126 ບ້ານຂອງ 30 ເມືອງໃນ 7 ແຂວງພາກກາງໂດຍມີງົວ-ຄວາຍຫຼາຍກວ່າ 11,000 ຕົວທີ່ຕິດພະຍາດດັ່ງກ່າວ.
ໃນປີ 2016-2020 ທາງການລາວ ຍັງໄດ້ສັ່ງປິດໂຮງຮຽນປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ ເລກທີ 15/ນຍ ຈຳນວນ 1,545 ແຫ່ງ ແລະໄດ້ສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ກ່ຽວຂ້ອງໃນການຄ້າໄມ້ເຖື່ອນ.
ນັກລົງທຶນຊາວຈີນເລີ້ມລົງມືກໍ່ສ້າງສະໜາມບິນໄລຍະທີ 1 ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາໃນແຂວງບໍ່ແກ້ວ ດ້ວຍເປົ້າໝາຍຈະຮອງຮັບນັກພະນັນ ແລະນັກທ່ອງທ່ຽວຕ່າງຊາດໃຫ້ຫລາຍຂຶ້ນ.
ຢາວັກຊີນຈອນສັນແລະຈອນສັນນີ້ ແມ່ນຢາວັກຊີນເຂັມດຽວ ແລະທ່ານທູດເຮມອນ ກ່າວວ່າ ຢາວັກຊີນນີ້ ຈະຊ່ວຍໃຫ້ລາວຫຍັບເຂົ້າໃກ້ເປົ້າໝາຍ ໃນການສັກຢາວັກຊີນໃຫ້ປະຊາຊົນຂອງຕົນ ພາຍໃນທ້າຍປີນີ້.
ບໍລິສັດຈີນ ສໍາເລັດການສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນ ທີ່ເຊື່ອມຕໍ່ຈາກຫ້ວຍຊາຍໄປບໍ່ເຕັນ ພ້ອມທັງຍັງເລັ່ງສໍາຫລວດ ເສັ້ນທາງນະຄອນຫລວງວຽງຈັນ-ບໍ່ເຕັນ ແລະນະຄອນຫລວງວຽງຈັນ-ປາກເຊ.
ໂຫລດຕື່ມອີກ
No live streaming currently available