ເຖິງແມ່ນມີການລະບາດໄວຣັສໂຄໂຣນາ ໄປໃນທົ່ວໂລກ ແຕ່ກໍປາກົດວ່າ ບໍ່ໄດ້ສົ່ງຜົນກະທົບຕໍ່ລາວພໍປານໃດ ທີ່ຈະເຮັດໃຫ້ແຜນການ ຂະໜາດໃຫຍ່ຂອງຈີນ ທີ່ຈະເຊື່ອມຕໍ່ລົດທາງໄຟ ຄວາມໄວສູງ ອອກສູ່ທະເລຂອງຕົນ.
ຊາວກະສິກອນ ຜູ້ປູກຢາງພາລາໃນລາວ ກຳລັງປະເຊີນກັບ ບັນຫາໜີ້ສິນເພີ້ມຂຶ້ນ ພ້ອມທັງເສຍທີ່ດິນ ໃຫ້ແກ່ນັກລົງທຶນ ເພາະອັດຕາດອກເບ້ຍ ເງິນກູ້ທະນາຄານທີ່ສູງຂຶ້ນ.
ກອງທຶນການເງິນສາກົນ IMF ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນບັນດາປະ ເທດສະມາຊິກອາຊຽນລົງທັງ 10 ປະເທດ ຍ້ອນຜົນກະທົບຈາກການລະບາດຂອງເຊື້ອໄວຣັສສາຍໃໝ່ COVID-19.
ການກັບຄືນມາຊົກ ຂອງທັງສອງ ຈະເປັນການພິສູດໃຫ້ເຫັນ ຄວາມແຂງແກ່ນຂອງທັງສອງຄົນ ອີກຄັ້ງ ຫຼັງຈາກໄດ້ພັກໄປໃນຊ່ວງເວລາໃດນຶ່ງ.
ຄະນະສະເພາະກິດ ຍັງໄດ້ເຫັນດີໃນຫລັກການທີ່ຈະບໍ່ກັກກັນບໍລິເວນເປັນເວລາ 14 ວັນ ສຳລັບຄົນລາວ ແລະຊາວຕ່າງຊາດ ທີ່ກວດບໍ່ພົບເຊື້ອໄວຣັສ ໂຄວິດ-19 ພາຍຫລັງຈາກທີ່ເດີນທາງເຂົ້າມາໃນລາວ
ເຈົ້າໜ້າທີ່ຂັ້ນສູງຂອງ EDL ກໍຍອມຮັບວ່າ ຄ່າໄຟຟ້າໃນຄົວເຮືອນຂອງ ລາວ ສູງກວ່າ ຫວຽດນາມ ແລະ ໄທ ເຖິງ 34 ເປີເຊັນ ກັບ 26 ເປີເຊັນ ຕາມລຳດັບ.
ພວກນັກສຶກສາ ທີ່ຫາກໍຮຽນຈົບໃໝ່ໆ 5 ພັນກວ່າຄົນ ອາດມີຄວາມສ່ຽງສູງ ທີ່ຈະບໍ່ມີວຽກເຮັດ ເນື່ອງຈາກວ່າ ທາງລັດຖະບານກໍມີໂຄຕາຈຳກັດ ແລະພາກເອກກະຊົນ ກໍພວມປະເຊີນກັບບັນຫາ ຍ້ອນໂຄວິດ-19
ສູນກາງຊາວໜຸ່ມປະຕິວັດລາວ ຈັດການຮ່າງກົດໝາຍສະບັບໃໝ່ ວ່າດ້ວຍຊາວໜຸ່ມເສັດແລ້ວ ຊຶ່ງຈະນຳສະເໜີ ເຂົ້າສູ່ການພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດລາວ ທ້າຍປີນີ້.
ການລົງທຶນຂອງຕ່າງປະເທດໃນແຂວງອຸດົມໄຊ ໃນຊ່ວງປີ 2016-2020 ມີຈຳນວນທັງໝົດ 493 ໂຄງການທີ່ຄິດເປັນມູນຄ່າການລົງທຶນລວມເກີນກວ່າ 2,493 ຕື້ກີບ.
ລັດຖະບານ ລາວ ແມ່ນຍັງສືບຕໍ່ປິດເຂດຊາຍແດນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ແລະ ບໍ່ອອກວີຊາໃຫ້ບຸກຄົນທີ່ມາຈາກປະເທດທີ່ມີການລະບາດຂອງ COVID-19.
ບັນດາວິສາຫະກິດຂະໜາດກາງ ແລະນ້ອຍສ່ວນຫລາຍໃນລາວ ຍັງຂາດທັກສະ ທາງດ້ານການຜະລິດສິນຄ້າ ເພື່ອແຂ່ງຂັນໃນຕະຫຼາດການຄ້າ ຈຶ່ງເຮັດໃຫ້ບໍ່ມີລາຍໄດ້ ສຳລັບຊໍາລະຄືນໜີ້ເງິນກູ້.
ໃນປັດຈຸບັນນີ້ ການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນ ລາວ ເປັນການຮ່ວມມືລະຫວ່າງ ລັດຖະ ບານ ລາວ ກັບ ນານາຊາດໄລຍະທີ 3 ທີ່ໄດ້ເລີ່ມການຈັດຕັ້ງປະຕິບັດ ນັບຈາກປີ 2017 ເປັນຕົ້ນມາ.
ໂຫລດຕື່ມອີກ
No live streaming currently available