ມາຮອດປັດຈຸບັນ ໄດ້ສຳເລັດການຝຶກອົບຮົມ ໃຫ້ແກ່ນັກລະບາດວິທະຍາຈຳນວນ 94 ທ່ານ ແລະໄດ້ປະຕິບັດຫນ້າທີ່ກວມເອົາ 18 ແຂວງທົ່ວປະເທດ.
ສະພາແຫ່ງຊາດລາວ ໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍຊາວໜຸ່ມລາວ ແລະປະກາດນຳໃຊ້ຢ່າງເປັນທາງການ ມີເປົ້າໝາຍສຳຄັນເພື່ອຮອງຮັບສະຖານະພາບ ແລະບົດບາດໜ້າທີ່ຂອງສະຫະພັນຊາວໜຸ່ມລາວ.
ລັດວິສາຫະກິດໄຟຟ້າລາວ ມີພາລະໜີ້ສິນໃນອັດຕາສູງ ຈຶ່ງເຮັດໃຫ້ສາມາດປັບຫລຸດຄ່າໄຟຟ້າເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃຫ້ປະຊາຊົນໄດ້ພຽງເລັກໜ້ອຍ.
ທ່ານຄໍາພັນ ສິດທິດໍາພາ, ເຈົ້າແຂວງແຂວງວຽງຈັນຖະແຫລງວ່າ ການຄົມມະນາຄົມ - ຂົນສົ່ງທີ່ສະດວກແລະວ່ອງໄວກວ່າເກົ່າ ຈະດຶງດູດນັກທ່ອງທ່ຽວ ເດີນທາງມາທ່ອງທ່ຽວແຂວງວຽງຈັນຫລາຍຂຶ້ນນັບມື້.
ກະຊວງສາທາລະນະສຸກຂອງລາວ ກໍໄດ້ຮັບຢາວັກຊີນ ຈາກໂຄງການ COVAX ຂອງອົງການສະຫະປະຊາຊາດ ແລະຈາກລັດຖະບານສະຫະລັດ ຈຳນວນຫຼວງຫຼາຍ ໂດຍລວມມີ ອາສຕຣາເຊເນກາ ແລະຟາຍເຊີ.
ນອກຈາກນີ້ ການປູກຕົ້ນໄມ້ໂດຍພາກລັດຍັງສາມາດ ຈັດຕັ້ງປະຕິບັດໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ໃນທຸກປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກປະສິດທິພາບຕ່ຳ ແລະນຳໃຊ້ງົບປະມານຢ່າງບໍ່ມີປະສິດທິຜົນ.
ກະແສຟອງການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ຈໍານວນຄົນຕິດພະຍາດ ເພີ້ມຂຶ້ນຢ່າງໄວວາຈາກ 48 ກໍລະນີ ຈົນເກືອບຮອດ 2,000 ກໍລະນີ ຈຶ່ງເຮັດໃຫ້ມີຄໍາສັ່ງ ປິດຄຸ້ມບ້ານຫລາຍແຫ່ງ ໃນນະຄອນຫລວງວຽງຈັນ.
ການຕິດເຊື້ອໄວຣັສໂຄວິດ-19 ໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວາ ນັບຈາກ ວັນທີ 11 ເມສາ ປີ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດ ໄດ້ເພີ້ມຂຶ້ນຈາກ 49 ຄົນເປັນ 1968 ຄົນ ໃນວັນທີ 7 ມິຖຸນາປີ 2021.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຈໍານວນ 4,411 ຄອບຄົວໃນ 13 ເມືອງ ໃນແຂວງຫລວນໍ້າທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນ.
ສານສີສົ້ມບໍ່ພຽງແຕ່ເຮັດໃຫ້ໃບໄມ້ຫລົ່ນ ຈາກຕົ້ນເທົ່ານັ້ນ ແຕ່ມັນຍັງມີຜົນກະທົບ ຕໍ່ສຸຂະພາບຂອງສັດ ແລະຂອງຄົນ ໃນທັນທີທັນໃດທີ່ມັນຕົກລົງໄປນັ້ນໂລດ ອີງຕາມການບອກເລົ່າຂອງຊາວບ້ານ ຜູ້ທີ່ເກີດກ່ອນສົງຄາມໃນລາວ.
ບົດບັນທຶກຄວາມເຂົ້າໃຈ ໄດ້ເຊັນໂດຍຜູ້ຕາງໜ້າຂອງອົງການ CRS ປະຈຳ ສປປ ລາວ ທ່ານໂຈຊົວ ພູລ ແລະຜູ້ຮັກສາການ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ດຣ. ຈັນຖະໜອມ ມະນີທິບ.
ປະທານອົງການກວດກາແຫ່ງລັດຢືນຢັນວ່າ ການສໍ້ລາດບັງຫຼວງໃນໂຄງການລົງທຶນ ຂອງລັດຖະບານລາວໄດ້ເຮັດໃຫ້ເກີດການເສຍຫາຍ ດ້ານງົບປະມານຄິດເປັນມູນຄ່າ ຫຼາຍກວ່າ 5,689 ຕື້ກີບໃນໄລຍະ 5 ປີທີ່ຜ່ານມາ.
ໂຫລດຕື່ມອີກ
No live streaming currently available