ການສືບຕໍ່ລະບາດຂອງໂຄວິດ-19 ເຮັດໃຫ້ມີການຂະຫຍາຍເວລາລັອກດາວອອກຕື່ມ ອັນມີຜົນກະທົບຕໍ່ຫລາຍພາກສ່ວນ ລວມທັງວັດວາອາຣາມ.
ເດັກນ້ອຍສ່ວນໃຫຍ່ບໍ່ມີໂອກາດດ້ານການສຶກສາໃນລະດັບມັດທະຍົມ ຫຼື ດ້ານວິຊາຊີບນັ້ນ ກໍຄືກຸ່ມເຍົາວະຊົນທີ່ຖືກໃຊ້ແຮງງານ ແລະ ຖືກເອົາລັດເອົາປຽບຫຼາຍທີ່ສຸດໃນ ລາວ ໃນປັດຈຸບັນນີ້.
ນອກຈາກນ້ຳຖ້ວມເຮືອນຊານ ແລະບ້ານພັກນັ້ນແລ້ວ ຂົວຂ້າມນ້ຳຊອງໄປຖ້ຳຈັງ ທີ່ບັນດານັກທ່ອງທ່ຽວໃຊ້ເພື່ອຍ່າງຂ້າມໄປອີກຟາກນຶ່ງຂອງນ້ຳຊອງນັ້ນ ກໍຖືກນ້ຳພັດຈົນຫັກພັງລົງ.
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ວາງແຜນການລົງທຶນໃນມູນຄ່າລວມ 2,000 ລ້ານໂດລາ ເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ໃນລາວ ເພື່ອເຊື່ອມຕໍ່ກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງຂອງຈີນ.
ເຈົ້າໜ້າທີ່ຂັ້ນສູງຂອງລາວ ໃນກະຊວງໂຍທາ ແລະຂົນສົ່ງ ທີ່ຮັບຜິດຊອບ ໂຄງການສ້າງທາງລົດໄຟ ທີ່ມີມູນຄ່າ ເກືອບຮອດ 6 ຕື້ໂດລາ ເປັນໂຄງການທີ່ມີລາຄາແພງ ແລະໃຫຍ່ທີ່ສຸດໃນລາວ.
ສໍາລັບທຶນດັ່ງກ່າວ ແມ່ນຈະຊ່ວຍດໍາເນີນກິດຈະກໍາ ຕັ້ງແຕ່ເດືອນເມສາ 2021 ຮອດເດືອນກໍລະກົດ ປີ 2022 ໂດຍມີມູນຄ່າ ປະມານ 500,000 ໂດລາ.
ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ເກີດບັນຫາ ກ່ຽວກັບການມີຄະດີຄົງ ຄ້າງຢູ່ ສານປະຊາຊົນລາວ ທຸກຂັ້ນເພີ້່ມຂຶ້ນນັບມື້ອີກດ້ວຍ ໂດຍທີີ່ມີສາເຫດມາຈາກ ຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອງ ພະນັກງານສານ.
ລັດວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ຈະລະດົມເງິນກູ້ 6,000 ລ້ານບາດຈາກຕະຫລາດທຶນຂອງໄທ ເພື່ອນໍາໃຊ້ສໍາລັບການຮ່ວມລົງທຶນ ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນກໍ່ສ້າງເຂື່ອນໃນລາວ.
ໂດຍສະເລ່ຍແລ້ວ ສະຫະລັດເນລະເທດຄົນກັບໄປລາວ ປີລະ 5 ຫາ 10 ຄົນ ແລະປີທີ່ສົ່ງຄົນກັບຫລາຍທີ່ສຸດ ແມ່ນ 2018 ຊຶ່ງເປັນໄລຍະການນໍາພາ ຂອງອະດີດປະທານາທິບໍດີດໍໂນລ ທຣໍາ.
ລັດຖະບານລາວເປັນໜີ້ເງິນກູ້ຕ່າງປະເທດຄິດເປັນສັດສ່ວນເກີນກວ່າ 70 ເປີເຊັນຂອງຍອດຜະລິດຕະພັນ ລວມພາຍໃນປີ 2021 ທັງຍັງຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດ.
ເຄື່ອງຊ່ວຍເຫຼືອ ອຸປະກອນການແພດດັ່ງກ່າວນີ້ ແມ່ນເປັນການປະກອບສ່ວນຊຸກຍູ້ ເຂົ້າໃນວຽກງານການຕິດຕາມ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ຂອງກະຊວງສາທາລະນະສຸກ.
ໃນປີ 2020 ເສດຖະກິດ ລາວ ໄດ້ປັບຕົວຫຼຸດລົງສູ່ລະດັບທີ່ຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ 2019.
ໂຫລດຕື່ມອີກ
No live streaming currently available