ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ກໍໄດ້ເປີດເຜີຍວ່າ ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໃນທ່າມກາງການລະບາດຂອງພະຍາດໄວຣັສ Covid-19.
ທາງດ່ວນວຽງຈັນ-ວັງວຽງທີ່ຫາກໍ່ເປີດໃຊ້ຢ່າງເປັນທາງການເມື່ອມໍ່ໆມານີ້ ນໍາເອົາທັງຄວາມດີໃຈ ແລະຄວາມ ກັງວົນໃຈມາໃຫ້ປະຊາຊົນໃນທ້ອງຖິ່ນ.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຍອມຮັບວ່າ ຕ້ອງໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2020.
ການຈັດຕັ້ງປະຕິບັດ ແຜນການຫຼຸດຜ່ອນບັນຫາຍາກຈົນ ຂອງປະຊາຊົນ ລາວ ໃນປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້.
ສ່ວນເຈົ້າໜ້າທີ່ຂອງອົງການ ທີ່ບໍ່ຂຶ້ນກັບລັດຖະບານ ໃນລາວ ໃຫ້ການຢືນຢັນວ່າ ບັນຫາທີ່ມີຄວາມຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງ ໃນລາວປັດຈຸບັນນີ້ ກໍແມ່ນການຂັດແຍ້ງ ກ່ຽວກັບສຳປະທານຂຸດຄົ້ນບໍ່ໍ່ແຮ່.
ນັກຮຽນມັດທະຍົມຕົ້ນ ແລະມັດທະຍົມປາຍ ຂອງໄວໜຸ່ມ ຢູ່ໃນ ສປປ ລາວ ໂດຍສະເພາະຢູ່ໃນເຂດຊົນນະບົດ ຍັງເປັນບັນຫາອັນໜັກໜ່ວງ ເນື່ອງຈາກຈາກຄວາມທຸກຈົນຂອງຄອບຄົວ.
ການຄຸ້ມຄອງເຂດປ່າສະຫງວນ ແລະການສົ່ງເສີມການປູກຕົ້ນໄມ້ ໃນລະຍະ 5 ປີທີ່ຜ່ານມາ ໄດ້ເຮັດໃຫ້ສະພາບ ການປົກຫຸ້ມຂອງປ່າໄມ້ ໃນແຂວງຄໍາມ່ວນ ເພີີ້ມຂຶ້ນຈາກ 64.87 ເປີເຊັນ ໃນປີ 2016 ເປັນ 67.51 ເປີເຊັນ.
ທາງການ ລາວ ໄດ້ກວດພົບ ຜູ້ທີ່ຕິດໄວຣັສ COVID-19 ຈຳນວນ 41 ຄົນ ໃນຊ່ວງວັນທີ 15 ກຸມພາ - 17 ທັນວາ 2020.
ທ່ານນາງ ອຶ້ງ ຊຸຍ ເມັງ ກ່າວວ່າ "ຈົນຮອດດຽວນີ້, ຂ້າພະເຈົ້າບໍ່ໄດ້ຮັບຂ່າວຄາວໃດໆຈາກ ເຈົ້າໜ້າທີ່ລາວ ກ່ຽວກັບການສືບສວນເລື້ອງການຫາຍຕົວໄປ ຂອງສົມບັດເລີຍ ແລະຂ້າພະເຈົ້າຍັງບໍ່ຮູ້ວ່າລາວຢູ່ໃສ."
ປັດຈຸບັນນີ້ປະເທດ ເຢຍຣະມັນ ແມ່ນກຳລັງປະເຊີນ ກັບການລະບາດຢ່າງໜັກ ຂອງພະຍາດໂຄວິດ-19.
ທາງການອອສເຕຣເລຍ ແລະສະຫະລັດອາເມຣິກາ ໃຫ້ການສະໜັບສະໜຸນໃນການສ້າງຕັ້ງສະພາຂອງ ປະຊາຊົນ ເພື່ອການອະນຸລັກສິ່ງແວດລ້ອມ ໃນເຂດລຸ່ມແມ່ນໍ້າຂອງ.
ລັດຖະບານທ່ານໄບເດັນ ທີ່ມີແນວໂນ້ມວ່າ ຈະມີນະໂຍບາຍການຕ່າງປະເທດ ແນໃສ່ການພົວພັນຂອງສະຫະລັດກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ ເຮັດໃຫ້ລາວມີຄວາມຫວັງວ່າ ຈະມີການຮ່ວມມືສອງຝ່າຍເພີ້ມຂຶ້ນ.
ໂຫລດຕື່ມອີກ
No live streaming currently available