ທາງການລາວ ອອກຄໍາສັ່ງໃຫ້ປິດບໍ່ແຮ່ ແລະຢຸດການກໍ່ສ້າງເຂື່ອນໄຟຟ້າ ທຸກໂຄງການ ໃນທົ່ວປະເທດ ທັງ ຍັງຫ້າມຄົນງານບໍ່ແຮ່ ແລະເຂື່ອນບໍ່ໃຫ້ເດີນທາງ ອອກຈາກທີ່ພັກ ຈົນເຖິງວັນທີ 19 ເມສາ.
ທະນາຄານໂລກໄດ້ປະເມີນວ່າການແຜ່ລະບາດຂອງເຊື້ອ COVID-19 ຈະສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງ ລາວ ໃນປີ 2020 ຂະຫຍາຍຕົວເພີ່ມຂຶ້ນທີ່ລະດັບ 3.6 ເປີເຊັນໃນກໍລະນີທີ່ການລະບາດບໍ່ຮ້າຍແຮງ.
ສ່ວນຢູ່ຕ່າງແຂວງໃນທົ່ວປະເທດນັ້ນ ຄະນະສະເພາະກິດ ໄດ້ກຳນົດໃຫ້ໂຮງໝໍແຂວງ ແລະເມືອງ ຈະຕ້ອງຈັດຕຽມສະຖານທີ່ ສຳລັບຮອງຮັບຜູ້ປ່ວຍໂຄວິດ-19 ເປັນການສະເພາະເຊັ່ນດຽວກັນ.
ພວກເຮົາຂໍອວຍໄຊໃຫ້ພອນ ມາຍັງປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ມີສຸຂະພາບແຂງແຮງ ແລະຄວາມວັດທະນາຖາວອນ ໃນໂອກາດວັນຂຶ້ນປີໃໝ່ນີ້! ສະບາຍດີປີໃໝ່ລາວ.
ທາງການລາວຄາດຫວັງວ່າ ເສດຖະກິດໃນແຂວງວຽງຈັນ ແລະນະຄອນວຽງຈັນ ຈະຂະຫຍາຍໂຕເພີ້ມຂຶ້ນເຖິງ 7.9 ເປີເຊັນ ແລະ 9.5 ເປີເຊັນ ໃນປີ 2020 ຫາກແຕ່ກໍເປັນໄປໄດ້ຍາກ ເພາະຜົນກະທົບຈາກ COVID-19.
ADB ໄດ້ມີການປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2020 ນີ້ຈາກລະດັບ 6.2 ເປີເຊັນລົງມາເປັນ 3.5 ເປີເຊັນ.
ລັດຖະບານລາວ ອະນຸຍາດໃຫ້ນໍາເຂົ້ານໍ້າມັນໄດ້ ໃນປະລິມານ 1,200 ລ້ານລິດ ໃນຕະຫລອດປີ 2020 ນີ້ ຫາກແຕ່ການລັກລອບ ນໍາເຂົ້ານໍ້າມັນ ໂດຍບໍ່ເສຍພາສີອາກອນນັ້ນ ຍັງມີທ່າອ່ຽງ ເພີ້ມຂຶ້ນຢ່າງຕໍ່ເນື່ອງ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າອອກຂອງ ລາວ ໄປ ຈີນ ຢ່າງໜັກ.
ພັນໂທ ສຸສີວັນ ລາດຊະວົງ ຖະແຫລງວ່າ ໃນປີ 2019 ພະແນກດ້ານການຄ້າມະນຸດ ໄດ້ທຳການກວດກາໂຮງແຮມ ບ້ານພັກ ຮ້ານກິນ-ດື່ມ ແລະສະຖານບັນເທີງຕ່າງໆ 2,425 ແຫ່ງ ພົບວ່າ 109 ແຫ່ງ ມີການລັກລອບຂາຍບໍລິການທາງເພດ
ທາງການລາວເວົ້າວ່າ ແຮງງານລາວຫລາຍກວ່າ 7 ໝື່ນຄົນ ທີ່ເດີນທາງກັບມາຈາກໄທ ໃນເດືອນມີນາຜ່ານມາ ຖືວ່າເປັນກຸ່ມສ່ຽງ ທີ່ຈະຕິດເຊື້ອໂຄວິດ (Covid)-19 ໃນວົງກວ້າງ.
ການແຜ່ລະບາດຂອງເຊື້ອໄວຣັສ Covid-19 ສົ່ງຜົນກະທົບຕໍ່ການຫລຸດຜ່ອນບັນຫາຍາກຈົນໃນລາວ ທັງຍັງຄາດວ່າປະຊາຊົນລາວຈະຕົກຢູ່ພາຍໃຕ້ສະພາບ ທຸກຈົນເພີ້ມຂຶ້ນອີກໃນປີ 2020 ນີ້
ຄະນະຜູ້ຊ່ຽວຊານທາງການແພດຂອງລັດຖະບານ ຈີນ 12 ຄົນເດີນທາງເຖິງນະຄອນຫຼວງ ວຽງຈັນ ໃນວັນທີ 29 ມີນາ 2020.
ໂຫລດຕື່ມອີກ
No live streaming currently available