ໃນປັດຈຸບັນ ບໍລິສັດດາວທຽມລາວເອເຊຍ-ປາຊິຟິກຈຳກັດ ມີລູກຄ້າ 5 ລາຍໃນລາວ ທີ່ໄດ້ຕົກລົງເຊົ່າເພື່ອໃຊ້ບໍລິການ 5 ຊ່ອງສັນຍານດາວທຽມ Lao Sat-1.
ດຣ. ສົມກຽດ ປຣະຈຳວົງ ເລຂາທິການອົງການຊັບພະຍາກອນນ້ຳແຫ່ງຊາດຂອງໄທ ກ່າວວ່າ “ພວກເຮົາພວມຕິດຕາມເບິ່ງໂຄງການນີ້ິ້ຢ່າງໃກ້ຊິດ. ທາງບໍລິສັດບໍ່ໄດ້ສົ່ງຂໍ້ມູນທັງໝົດໃຫ້ແກ່ພວກເຮົາ.”
ຄະນະສະເພາະກິດເພື່ອການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອໄວຣັສ COVID-19 ໄດ້ເພີ່ມຄວາມເຂັ້ມງວດຫຼາຍຂຶ້ນ ເຂົ້າໃນການກວດສຸຂະພາບຄົນ ລາວ ແລະ ຕ່າງຊາດທີ່ເດີນທາງເຂົ້າມາ ລາວ.
ປະເທດ ໄທ ແມ່ນກຳລັງປະເຊີນກັບ ການລະບາດຂອງ COVID-19 ໃນປັດຈຸບັນນີ້ ໂດຍມີລາຍງານ 250 ກໍລະນີໃໝ່ ໃນວັນພຸດວານນີ້.
ເຂດພັດທະນາກວມລວມໄຊເສດຖາ ຢູ່ນະຄອນຫຼວງວຽງຈັນ ສາມາດດຶງດູດເອົາ ບໍລິສັດເອກະຊົນລາວ ແລະຕ່າງປະເທດໄດ້ແລ້ວ 84 ລາຍ ທີ່ມີມູນຄ່າການລົງທືນທັງໝົດ 1. 6 ຕື້ ໂດລາ ແລະຈ້າງພະນັກງານ 4 ພັນກວ່າຄົນ.
ສະຫະລັດໃຫ້ການຊ່ວຍເຫຼືອ ແກ່ລາວໃນມູນຄ່າເກືອບ 42 ລ້ານໂດລາ ສ່ວນລັດຖະບານລາວ ກໍໄດ້ສືບຕໍ່ຊ່ວຍເຫລືອສະຫະລັດ ໃນດ້ານການຂຸດຄົ້ນຫາ ກະດູກທະຫານອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ.
ຫົວຫນ້າໂຄງການ CLEAN ທ. Alex Dahan ໄດ້ກ່າວວ່າ ມື້ນີ້ພວກເຮົາໄດ້ລົງມື ເຮັດຕາມຄວາມໝາຍໝັ້ນຕໍ່ອຸດສາຫະກຳມັນຕົ້ນ ທີ່ມີທ່າແຮງຂອງການສົ່ງອອກ ປະມານ 200 ລ້ານໂດລາ ຂອງອຸດສາຫະກໍາການສົ່ງອອກ.
ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ຖະແຫຼງວ່າການລະບາດຮອບໃໝ່ຂອງພະຍາດໄວຣັສ COVID-19 ໃນ ໄທ ມີສາເຫດມາຈາກການລັກລອບນຳພາແຮງງານຕ່າງຊາດເຂົ້າມາໃນປະເທດ ໄທ.
ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ກໍໄດ້ເປີດເຜີຍວ່າ ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໃນທ່າມກາງການລະບາດຂອງພະຍາດໄວຣັສ Covid-19.
ທາງດ່ວນວຽງຈັນ-ວັງວຽງທີ່ຫາກໍ່ເປີດໃຊ້ຢ່າງເປັນທາງການເມື່ອມໍ່ໆມານີ້ ນໍາເອົາທັງຄວາມດີໃຈ ແລະຄວາມ ກັງວົນໃຈມາໃຫ້ປະຊາຊົນໃນທ້ອງຖິ່ນ.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຍອມຮັບວ່າ ຕ້ອງໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2020.
ການຈັດຕັ້ງປະຕິບັດ ແຜນການຫຼຸດຜ່ອນບັນຫາຍາກຈົນ ຂອງປະຊາຊົນ ລາວ ໃນປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້.
ໂຫລດຕື່ມອີກ
No live streaming currently available