ຄົນລາວອາຍຸ 30 ປີ ທີ່ລົງຂ່າວໃນສື່ສັງຄົມອອນລາຍ ຖືກຈຳຄຸກ 5 ປີ ຍ້ອນຕັ້ງຄຳຖາມ ຕໍ່ການຕອບສະໜອງການຊ່ວຍເຫລືອ ທີ່ບໍ່ພຽງພໍຂອງລັດຖະບານ ຕໍ່ຜູ້ປະສົບໄພນ້ຳຖ້ວມ ຢູ່ໃນພາກໃຕ້ຂອງລາວ ໃນລະດູໃບໄມ້ຫລົ່ນປີນີ້.
ລັດຖະບານລາວ ອະນຸຍາດສຳປະທານທີ່ດິນ ໃຫ້ແກ່ນັກລົງທຶນລາວ ແລະຊາວຕ່າງປະເທດ 1,758 ໂຄງການ ທີ່ມີພື້ນທີ່ສຳປະທານກວ້າງກວ່າ 11 ລ້ານ ເຮັກຕາ ແຕ່ກໍມີການນຳໃຊ້ທີ່ດິນຕົວຈິງບໍ່ເຖິງ 5 ເປີເຊັນ ຂອງພື້ນທີ່ທັງໝົດ.
ທ່ານນາງຣີນາ ບິດເຕີ ໃຫ້ຄຳເຫັນວ່າ ນີ້ສະແດງໃຫ້ເຫັນ ເຖິງການຮ່ວມມື ທີ່ຮັດແໜ້ນ ລະຫວ່າງສອງຊາດ ລາວອາເມຣິກາ ໃນຂະແໜງການ ສາທາລະນະສຸກ.
ລັດຖະບານ ລາວ ໄດ້ເລີ່ມສົ່ງເສີມ ໃຫ້ມີການປູກຢາງພາລາ ຢ່າງກວ້າງຂວາງ ນັບແຕ່ປີ 2000 ເປັນຕົ້ນມາ.
ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີມູນຄ່າຕ່ຳກວ່າ 1,000 ລ້ານໂດລາ
ເຈົ້າໜ້າທີ່ຂັ້ນສູງ ຈາກສູນບັນຊາການ ກອງທັບ ສຫລ ປະຈຳພາກພື້ນອີນໂດ-ປາຊິຟິກ ພົບປະກັບເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງປ້ອງກັນປະເທດຂອງລາວ ເພື່ອປຶກສາຫາລືວຽກງານປ້ອງກັນຊາດ ສອງຝ່າຍ ຄັ້ງທີ 14.
ເງິນກີບຍັງມີທ່າອ່ຽງຈະອ່ອນຄ່າລົງອີກເມື່ອທຽບໃສ່ເງິນບາດ ແລະເງິນໂດລາ ສະຫະລັດ ໂດຍມີສາເຫດ ມາຈາກການຂາດດຸນການຄ້າ ແລະການຂາດດຸນບັນຊີໝູນວຽນເງິນຕາຕ່າງປະເທດທີ່ເພີ້ມຂຶ້ນນັບມື້.
ສານປະຊາຊົນສູງສຸດລາຍງານວ່າ ສະເພາະຢູ່ຊັ້ນສານປະຊາຊົນສູງສຸດ ໄດ້ມີຄຳຕັດສິນຄະດີຢ່າງເດັດຂາດແລ້ວ 24,430 ຄະດີໃນປີ 2017 - 2018 ຜ່ານມາ.
ປະຊາຊົນລາວບໍ່ພໍໃຈຕໍ່ການຊົດເຊີຍທີ່ໄດ້ຮັບຈາກບັນດາຜູ້ລົງທຶນໃນໂຄງການພັດທະນາຕ່າງໆ ເພາະວ່າ ຊົດເຊີຍຕ່ຳກວ່າຜົນເສຍຫາຍ ທີ່ເປັນຈິງທັງຍັງບໍ່ເປັນໄປຕາມສັນຍາສຳປະທານອີກດ້ວຍ.
ສານປະຊາຊົນແຂວງ ຈຳປາສັກ ໄດ້ພິພາກສາຕັດສິນໃສ່ໂທດຈຳຄຸກ 5 ປີ ແລະ ປັບໃໝ 20 ລ້ານກີບແກ່ນາງ ຮວຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ອາຍຸ 30 ປີ.
ໃນປີ 2019 ທາງການແຂວງຫລວງພະບາງ ໄດ້ວາງຄາດໝາຍວ່າ ຈະມີນັກທ່ອງທ່ຽວຫຼາຍກວ່າ 800,000 ຄົນ ທີ່ຈະເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກ ຫລວງພະບາງ ໃນນີ້ຈະເປັນນັກທ່ອງທ່ຽວຊາວຕ່າງຊາດ ຫຼາຍກວ່າ 600 ຄົນ
ພໍ່ນາໃນທ້ອງຖິ່ນຄົນນຶ່ງ ກ່າວວ່າ “ເຂດນີ້ຢູ່ຕິດກັບທາງໃຫຍ່ ຊຶ່ງບາງທີ ອາດຈະດີ ສຳລັບທຸລະກິດ ດີສຳລັບຄອບຄົວຂອງຂ້ອຍ.”
ໂຫລດຕື່ມອີກ
No live streaming currently available