ທ່ານໄດ້ກ່າວວ່າ ມັນໄດ້ເຮັດໃຫ້ມີຄວາມເສຍຫາຍໃນການບຳບັດ ແລະ ຟື້ນຟູຈຸດທີ່ໄດ້ຮັບຜົນກະທົບຫຼາຍພັນລ້ານໂດລາ.
ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ໄດ້ຢືນຢັນພາຍຫຼັງກອງປະຊຸມລັດຖະບານ ເພື່ອປຶກສາຫາລືການແກ້ໄຂໄພພິບັດທຳມະຊາດໃນທົ່ວປະເທດ ຊຶ່ງໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2019.
ຄະນະລັດຖະບານ ລາວ ມອບໝາຍໃຫ້ກະຊວງພາຍໃນ ດຳເນີນການສຳຫຼວດ ເພື່ອອອກບັດປະຈຳຕົວໃໝ່ ໃຫ້ພະນັກງານທັງໝົດ ໃນທົ່ວປະເທດ ໃຫ້ແລ້ວສຳເລັດ ໃນທ້າຍປີ 2020 ເປັນຢ່າງຊ້າ.
ທ່ານນາງ ຣີນາ ບິດເຕີ ແລະ ທ່ານນາງໃບຄຳ ໄດ້ເຂົ້າຮ່ວມກິດຈະກຳ ການປູກຈິດສຳນຶກ ແລະ ການເຮັດວຽກ ຮ່ວມກັບຊຸມຊົນ ທີ່ບ້ານແກ້ງໝໍ້, ເມືອງຄຳ, ແຂວງຊຽງຂວາງ.
ປະຊາຊົນ ທີ່ຖືກກະທົບ ຈາກກໍລະນີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນປີ 2018 ຈະຕ້ອງຄອຍຖ້າ ຈົນຮອດປີ 2022 ຈຶ່ງຈະມີເຮືອນຢູ່ທີ່ຖາວອນ ເພາະທາງການລາວ ຍັງຕົກລົງກັບບໍລິສັດ ລົງທຶນບໍ່ທັນໄດ້ເທື່ອ.
ເຈົ້າໜ້າທີ່ໃນອົງການພັນທະມິດສື່ມວນຊົນໃນ ເອເຊຍຕາເວັນອອກສຽງໃຕ້ (SEAPA) ໄດ້ໃຫ້ຂໍ້ສັງເກດວ່າ ການຖະແຫຼງຂ່າວດັ່ງກ່າວຂອງທາງການ ລາວ ເປັນການໃຫ້ຂໍ້ມູນຝ່າຍດຽວ.
ການປະຕິບັດໜ້າທີ່ຂອງບັນດາແພດ ແລະພະນັກງານຂອງລັດ ທີ່ຂາດຈັນຍາບັນ ແລະບໍ່ມີຈິດສຳນຶກ ໃນການໃຫ້ບໍລິການແກ່ປະຊາຊົນລາວ
ອຸປະຕິເຫດບົນທ້ອງຖະໜົນ ແມ່ນເຫດການທີ່ເກີດຂຶ້ນ ແບບບໍ່ຄາດຝັນ ຢູ່ໃນລາວ ທັງນີ້ກໍຍ້ອນມີ ການຖືເບົາ ແລະຂາດສະຕິຂອງນັກຂັບຂີ່ ຍວດຍານພາຫະນະ.
ລັດຖະບານລາວຈະສະເໜີຕໍ່ອົງການ UNESCO ເພື່ອຂໍໃຫ້ຮັບຮອງ ເຂດປ່າສະຫງວນ ພູຫີນໜາມໜໍ່ ເປັນມໍລະດົກໂລກ ຂ້າມຊາຍແດນ ຮ່ວມກັບອຸທະຍານແຫ່ງຊາດ Phong Nha-ke Bang ໃນຫວຽດນາມ.
ການຈັດຕັ້ງປະຕິບັດ ຂອງລັດຖະບານ ລາວ ບໍ່ບັນລຸຄາດໝາຍ ທີ່ວາງໄວ້ ເກືອບທຸກດ້ານ ໂດຍສະເພາະ ແມ່ນການເຂົ້າເຖິງຫຼັກປະກັນ ດ້ານສຸຂະພາບ ຂອງປະຊາຊົນ ລາວ ບັນດາເຜົ່າ.
ສະພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ໃນ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ຂອງລາວ ໃນປີ 2019 ທຽບໄດ້ກັບໄພນ້ຳຖ້ວມ ໃນປີ 2018 ທີ່ເຮັດໃຫ້ເກີດການສູນເສຍ ທາງເສດຖະກິດ 4,400 ຕື້ ກວ່າກີບ.
ໂຫລດຕື່ມອີກ
No live streaming currently available