ການຈັດຕັ້ງປະຕິບັດ ຂອງລັດຖະບານ ລາວ ບໍ່ບັນລຸຄາດໝາຍ ທີ່ວາງໄວ້ ເກືອບທຸກດ້ານ ໂດຍສະເພາະ ແມ່ນການເຂົ້າເຖິງຫຼັກປະກັນ ດ້ານສຸຂະພາບ ຂອງປະຊາຊົນ ລາວ ບັນດາເຜົ່າ.
ສະພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ໃນ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ຂອງລາວ ໃນປີ 2019 ທຽບໄດ້ກັບໄພນ້ຳຖ້ວມ ໃນປີ 2018 ທີ່ເຮັດໃຫ້ເກີດການສູນເສຍ ທາງເສດຖະກິດ 4,400 ຕື້ ກວ່າກີບ.
ໃນປັດຈຸບັນ ກຳປູເຈຍ ຊື້ກະແສໄຟຟ້າຈາກ ລາວ ໃນປະລິມານ 200 ເມກະວັດເທົ່ານັ້ນ ເນື່ອງຈາກວ່າ ມີຂໍ້ຈຳກັດ ດ້ານສາຍສົ່ງໄຟຟ້າແຮງສູງ.
ທ່ານທອງລຸນ ສີສຸລິດ ໄດ້ໃຫ້ການຍອມຮັບວ່າ “ກະຊວງກະສິກຳ ກະຊວງການຄ້າ ກະຊວງທີ່ກ່ຽວຂ້ອງ ຫ້າມນຳ ເຂົ້າຝຸ່ນເຄມີທີ່ຮ້າຍແຮງ ຢາຂ້າຫຍ້າ ຫ້າມແລ້ວຜັດຍັງນຳເຂົ້າມາຕິດໆຢູ່”
ໃນສົກປີ 2019 ນີ້ ມີຄົນລາວ ທີ່ໄປອອກແຮງງານຢູ່ປະເທດໄທທັງໝົດ 71,000 ຄົນໃນນັ້ນມີຄົນງານທີ່ໄດ້ຈົດ ທະບຽນຖືກຕ້ອງຕາມກົດໝາຍມີ 46,000 ຄົນ ແລະຈໍານວນຍັງບໍ່ໄດ້ຈົດທະບຽນໃຫ້ຖືກຕ້ອງ 25,00ຄົນ,
ຫ້ອງການຊ່ວຍເຫລືອໄພພິພັດສາກົນຫຼື OFDA ຂອງອົງການ USAID ເຮັດຫນ້າທີ່ເປັນສູນກາງໃນການປະສານງານວຽກງານ ຊ່ວຍເຫລືອເຫດການໄພພິ ບັດທົ່ວໂລກ.
ການພັດທະນາ ຊັບພະຍາກອນມະນຸດ ໃນລາວ ບໍ່ຕອບສະໜອງ ກັບຄວາມຕ້ອງການທີ່ເປັນຈິງ ທັງຍັງມີລະດັບການພັດທະນາ ດ້ານຄຸນນະພາບ ຂອງຊັບພະຍາກອນມະນຸດຕ່ຳທີ່ສຸດ ໃນປະເທດສະມາຊິກອາຊຽນອີກດ້ວຍ.
ການປູກໄມ້ຢູ່ໃນແຂວງຄຳມ່ວນ ໃນປັດຈຸບັນນີ້ ສາມາດຈັດຕັ້ງປະຕິບັດໄດ້ໃນພື້ນທີ່ທັງໝົດ 27,290 ເຮັກຕາ.
ຊາວຕ່າງຊາດລັກລອບທຳງານໃນລາວ ໂດຍບໍ່ໄດ້ຮັບອະນຸຍາດ ຍັງມີຈຳນວນເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສົ່ງຜົນກະທົບ ຕໍ່ການຈ້າງງານຄົນລາວ ແລະສ້າງບັນຫາຫຍໍ້ທໍ້ ໃນສັງຄົມລາວເພີ້ມຂຶ້ນດ້ວຍ.
ບັນຫາອາຊະຍາກຳເພີ່ມຂຶ້ນຫຼາຍທີ່ສຸດໃນ ລາວ ຍັງຄົງເປັນອາຊະຍາກຳ ທີ່ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ ຊຶ່ງຄິດເປັນສັດສ່ວນເຖິງ 92 ເປີເຊັນ ຂອງຄະດີອາຍາທັງໝົດ.
ພໍ່ຕູ້ບຸນມີ ປຊຊ ເມືອງໄຊທານີ ນະຄອນວຽງຈັນ ໄດ້ໃຫ້ການຢືນຢັນ ວ່າ “ເຮົາວ່າ ບໍ່ເໝາະສົມ ເພາະວ່າ ບໍລິສັດ ຫ້າງຮ້ານນີ້ ໃຊ້ໄຟຫລາຍ ຫຼືຜູ້ຄົນທຸກ ຄົນຍາກ ມັນໃຊ້ໄຟໜ້ອຍສິໄປປັບໃສ່ລາຄາດຽວ ມັນສິໜັກຜູ້ທຸກໂພດບໍ່”
ໂຫລດຕື່ມອີກ
No live streaming currently available