ການພັດທະນາ ຊັບພະຍາກອນມະນຸດ ໃນລາວ ບໍ່ຕອບສະໜອງ ກັບຄວາມຕ້ອງການທີ່ເປັນຈິງ ທັງຍັງມີລະດັບການພັດທະນາ ດ້ານຄຸນນະພາບ ຂອງຊັບພະຍາກອນມະນຸດຕ່ຳທີ່ສຸດ ໃນປະເທດສະມາຊິກອາຊຽນອີກດ້ວຍ.
ການປູກໄມ້ຢູ່ໃນແຂວງຄຳມ່ວນ ໃນປັດຈຸບັນນີ້ ສາມາດຈັດຕັ້ງປະຕິບັດໄດ້ໃນພື້ນທີ່ທັງໝົດ 27,290 ເຮັກຕາ.
ຊາວຕ່າງຊາດລັກລອບທຳງານໃນລາວ ໂດຍບໍ່ໄດ້ຮັບອະນຸຍາດ ຍັງມີຈຳນວນເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສົ່ງຜົນກະທົບ ຕໍ່ການຈ້າງງານຄົນລາວ ແລະສ້າງບັນຫາຫຍໍ້ທໍ້ ໃນສັງຄົມລາວເພີ້ມຂຶ້ນດ້ວຍ.
ບັນຫາອາຊະຍາກຳເພີ່ມຂຶ້ນຫຼາຍທີ່ສຸດໃນ ລາວ ຍັງຄົງເປັນອາຊະຍາກຳ ທີ່ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ ຊຶ່ງຄິດເປັນສັດສ່ວນເຖິງ 92 ເປີເຊັນ ຂອງຄະດີອາຍາທັງໝົດ.
ພໍ່ຕູ້ບຸນມີ ປຊຊ ເມືອງໄຊທານີ ນະຄອນວຽງຈັນ ໄດ້ໃຫ້ການຢືນຢັນ ວ່າ “ເຮົາວ່າ ບໍ່ເໝາະສົມ ເພາະວ່າ ບໍລິສັດ ຫ້າງຮ້ານນີ້ ໃຊ້ໄຟຫລາຍ ຫຼືຜູ້ຄົນທຸກ ຄົນຍາກ ມັນໃຊ້ໄຟໜ້ອຍສິໄປປັບໃສ່ລາຄາດຽວ ມັນສິໜັກຜູ້ທຸກໂພດບໍ່”
ຫຼາຍກວ່າ 200 ໝູ່ບ້ານໃນປະມານ 19 ເມືອງຢູ່ໃນ 4 ແຂວງພາກໃຕ້ຂອງລາວ ກໍຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະອັດຕະປື, ມາທ້າຍອາທິດຜ່ານມານີ້ ຍັງຖືກນ້ຳຖ້ວມຢູ່ ເຖິງນ້ຳຈະໄດ້ຫລຸດລົງແດ່ແລ້ວກໍຕາມ.
ປະຊາຊົນ 50 ລ້ານຄົນທີ່ອາໄສຢູ່ຕາມລຳແມ່ນ້ຳຂອງ ແມ່ນອາໄສການທຳມາຫາກິນຢູ່ແມ່ນ້ຳດັ່ງກ່າວ, ດ້ວຍປາ ແລະ ຕະກອນ ທີ່ມັນພັດມານຳ
ບັນຫາການຫວ່າງງານໃນເຂດນະຄອນຫຼວງວຽງຈັນ ມີອັດຕາເກີນກວ່າ 2 ເປີເຊັນ ຂອງກຳລັງແຮງງານທັງໝົດ ໂດຍມີສາເຫດມາຈາກສະພາວະເສດຖະກິດຕົກຕ່ຳ.
ປະຊາຊົນລາວໃນ 4 ແຂວງພາກໃຕ້ຂອງລາວ ໄດ້ຖືກນ້ຳຖ້ວມ ຢ່າງຫລວງຫລາຍຍ້ອນ ຝົນຕົກໜັກນັບແຕ່ທ້າຍເດືອນສິງຫາເປັນຕົ້ນມາ.
ທ່ານ ລຽນ ທິແກ້ວ ຖະແຫຼງຍອມຮັບວ່າ ການປູກຕົ້ນໄມ້ໂດຍພາກລັດສາມາດ ຈັດຕັ້ງປະຕິບັດໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ທຸກປີ.
ຫຼາຍກວ່າ 60 ໝູ່ບ້ານໃນເຂດເມືອງຄົງເຊໂດນ, ເມືອງສາລະວັນ ແລະ ເມືອງວາປີ ແຂວງສາລະວັນ ລວມເຖິງໃນເມືອງຊະນະສົມບູນ ແລະ ເມືອງປາກເຊ ແຂວງຈໍາປາສັກ ກຳລັງຖືກນໍ້າຖ້ວມຢ່າງໜັກໜ່ວງ.
ການລັກລອບຕັດໄມ້ ໃນແຂວງຊຽງຂວາງເພື່ອລັກລອບຂົນໄປຫວຽດນາມ ຍັງເກີດຂຶ້ນຢູ່ເລື້ອຍມາ ທັງນີ້ ໜ່ວຍສະເພາະກິດຈາກສູນກາງ ຢຶດໄມ້ເຖື່ອນໄດ້ 13,000 ແມັດກ້ອນ ກັບລົງໂທດພະນັກງານລັດ 33 ຄົນ.
ໂຫລດຕື່ມອີກ
No live streaming currently available