ການກຳນົດອັດຕາຄ່າຊົມໃຊ້ໄຟຟ້າໃນ ລາວ ໃນໄລຍະຕໍ່ໄປນີ້ຈະພິຈາລະນາຈາກລະດັບຕົ້ນທຶນການຜະລິດທີ່ເປັນຈິງ.
ທາງດ່ວນ ວຽງຈັນ-ວັງວຽງ ທີ່ເປັນການລົງທຶນຈາກຈີນ ໃນມູນຄ່າ ປະມານ 1. 3 ຕື້ໂດລາ ບໍ່ໄດ້ສໍາເລັດຕາມແຜນການ ໃຫ້ທັນການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຂອງ ສປປ ລາວ.
ປະຊາຊົນ ລາວ ແມ່ນບໍ່ໄດ້ກັງວົນໃຈຫຼາຍ ກັບການຕິດເຊື້ອໃໝ່ນີ້ ເພາະວ່າຜູ້ທີ່ຕິດເຊື້ອ ບໍ່ໄດ້ເຂົ້າໄປປະປົນກັບສັງຄົມ ລາວ ເທື່ອ, ເນື່ອງຈາກຖືກກວດພົບກ່ອນ.
ທາງການລາວກວດສຸຂະພາບ ຢ່າງເຂັ້ມງວດ ສຳລັບຄົນລາວ ແລະຊາວຕ່າງປະເທດທຸກຄົນ ທີ່ເດີນທາງເຂົ້າມາໃນລາວ ໃນໄລຍະນີ້ ເນື່ອງຈາກວ່າ ມີການກວດພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ລາຍໃໝ່ ເຖິງ14 ຄົນໃນມື້ດຽວກັນ.
ພະແນກປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ສົ່ງມອບຊາວ ຈີນ 127 ຄົນ ໃຫ້ກັບທາງການຕຳຫຼວດແຂວງຢຸ່ນໜານຂອງ ຈີນ ເມື່ອບໍ່ດົນມານີ້.
ທ. ສະນິດ ຂາວສະອາດ ຜູ້ວ່າຣາຊະການຈັງຫວັດບຶງການ ຖະແຫລງວ່າ ການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ຈະໃຫ້ແລ້ວສຳເລັດ ແລະເປີດການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ໃຫ້ໄດ້ພາຍໃນ 3 ປີ.
ໂຄວິດ-19 ທີ່ເຮັດໃຫ້ການປູກຝັງ ແລະລ້ຽງສັດຂະໜາດກາງ ແລະນ້ອຍ ເພື່ອສະໜອງຕະຫລາດພາຍໃນ ມີໂອກາດ ຂະຫຍາຍຕົວຫລາຍຂຶ້ນ.
ລັດຖະບານລາວ ໄດ້ວາງແຜນທີ່ຈະເພີ້ມເນື້ອທີ່ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ ເກີນກວ່າ 70 ເປີເຊັນ ຂອງພືຶ້ນທີ່ທັງ ໝົດ ໃນປີ 2025 ພ້ອມທັງວາງເປົ້າໝາຍ ຈະອອກໃບຕາດິນໃຫ້ປະຊາຊົນລາວໃຫ້ໄດ້ເຖິງ 1 ລ້ານ 6 ແສນຕອນ.
ປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ.
ໂຫລດຕື່ມອີກ
No live streaming currently available