ປະຊາຊົນ ລາວ ແມ່ນບໍ່ໄດ້ກັງວົນໃຈຫຼາຍ ກັບການຕິດເຊື້ອໃໝ່ນີ້ ເພາະວ່າຜູ້ທີ່ຕິດເຊື້ອ ບໍ່ໄດ້ເຂົ້າໄປປະປົນກັບສັງຄົມ ລາວ ເທື່ອ, ເນື່ອງຈາກຖືກກວດພົບກ່ອນ.
ທາງການລາວກວດສຸຂະພາບ ຢ່າງເຂັ້ມງວດ ສຳລັບຄົນລາວ ແລະຊາວຕ່າງປະເທດທຸກຄົນ ທີ່ເດີນທາງເຂົ້າມາໃນລາວ ໃນໄລຍະນີ້ ເນື່ອງຈາກວ່າ ມີການກວດພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ລາຍໃໝ່ ເຖິງ14 ຄົນໃນມື້ດຽວກັນ.
ພະແນກປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ສົ່ງມອບຊາວ ຈີນ 127 ຄົນ ໃຫ້ກັບທາງການຕຳຫຼວດແຂວງຢຸ່ນໜານຂອງ ຈີນ ເມື່ອບໍ່ດົນມານີ້.
ທ. ສະນິດ ຂາວສະອາດ ຜູ້ວ່າຣາຊະການຈັງຫວັດບຶງການ ຖະແຫລງວ່າ ການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ຈະໃຫ້ແລ້ວສຳເລັດ ແລະເປີດການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ໃຫ້ໄດ້ພາຍໃນ 3 ປີ.
ໂຄວິດ-19 ທີ່ເຮັດໃຫ້ການປູກຝັງ ແລະລ້ຽງສັດຂະໜາດກາງ ແລະນ້ອຍ ເພື່ອສະໜອງຕະຫລາດພາຍໃນ ມີໂອກາດ ຂະຫຍາຍຕົວຫລາຍຂຶ້ນ.
ລັດຖະບານລາວ ໄດ້ວາງແຜນທີ່ຈະເພີ້ມເນື້ອທີ່ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ ເກີນກວ່າ 70 ເປີເຊັນ ຂອງພືຶ້ນທີ່ທັງ ໝົດ ໃນປີ 2025 ພ້ອມທັງວາງເປົ້າໝາຍ ຈະອອກໃບຕາດິນໃຫ້ປະຊາຊົນລາວໃຫ້ໄດ້ເຖິງ 1 ລ້ານ 6 ແສນຕອນ.
ປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ.
ຮອງສາສະດາຈານ ດຣ. ພູທອນ ເມືອງປາກ ບໍ່ໄດ້ໃຫ້ລາຍລະອຽດວ່າ ຕ່າງປະເທດທີ່ຕິດເຊື້ອ 13 ຄົນນັ້ນ ມາຈາກປະເທດໃດ.
ລັດຖະບານຈີນ ໃຫ້ສິດທິພິເສດທາງການຄ້າ ແກ່ລາວຫລາຍຂື້ນ ດ້ວຍການຍົກເວັ້ນພາສີການຄ້າ ໃຫ້ສິນຄ້າຈີນ ທີ່ນຳເຂົ້າຈາກລາວ 8,256 ລາຍການ ຫຼື 97 ເປີເຊັນ ຂອງສິນຄ້າທີ່ນຳເຂົ້າຈີນທັງໝົດຈາກລາວ.
ໂຫລດຕື່ມອີກ
No live streaming currently available