ການລະບາດຂອງເຊື້ອໄວຣັສໂຄໂຣນາ ທີ່ເລີ້ມຕົ້ນຂຶ້ນຢູ່ໃນຈີນ ແລະແຜ່ ລາມໄປຫາອີກຊາວກວ່າປະເທດ ໄດ້ເລີ້ມມີຜົນກະທົບຕໍ່ເສດຖະກິດຂອງລາວແລ້ວ ໂດຍສະເພາະແມ່ນທຸລະກິດບໍລິການແກ່ນັກທ່ອງທ່ຽວ.
ເອກອັກຄະລັດຖະທູດຄົນໃໝ່ຂອງ ສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດ ສປປ ລາວ ພະນະທ່ານບຸນຍັງ ວໍລະຈິດ ທີ່ຫໍຄໍາ ໃນນະຄອນຫລວງວຽງຈັນ.
ລະບົບເຕືອນໄພທຳມະຊາດຂອງ ລາວ ໃນປັດຈຸບັນ ຍັງເປັນລະບົບທີ່ບໍ່ທັນສະໄໝ ຈຶ່ງບໍ່ສາມາດເຕືອນໄພໃຫ້ປະຊາຊົນຕຽມພ້ອມໃນດ້ານຕ່າງໆ.
ປະຊາຊົນລາວມີທ່າອ່ຽງຈະເສື່ອມສັດທາຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນມາຈາກການທຸດຈະລິດ ທີ່ເກີດຂຶ້ນຢ່າງກວ້າງຂວາງໃນວົງການພັກ-ລັດ.
ໃນປີ 2019 ທີ່ຜ່ານມາຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ໄດ້ອະນຸມັດການລົງທຶນ ໃນເຂດເສດຖະກິດພິເສດທັງ 12 ແຫ່ງ ເພີ່ມຂຶ້ນອີກ 202 ລາຍ.
ນັກສຶກສາລາວທີ່ຍັງຄ້າງຢູ່ຈີນ ມີຄວາມເປັນຫ່ວງຕໍ່ການແຜ່ລະບາດຂອງເຊື້ອໄວຣັສ ໂຄໂຣນາຫລາຍ.
ທາງການລາວ-ກຳປູເຈຍ ໄດ້ຕົກລົງກ່ຽວກັບຊາຍແດນໃນປີ 1995 ແລະເລີ້ມການສຳຣວດຕົວຈິງ ໃນປີ 2000 ໃນປັດຈຸບັນ ສາມາດປັກຫລັກໝາຍຊາຍແດນຮ່ວມກັນໄດ້ແລ້ວ 121 ຫລັກໃນໄລຍະທາງ 465 ກິໂລແມັດ ຄິດເປັນ 86 ເປີເຊັນ
ລັດຖະບານລາວ ຕັ້ງຄະນະສະເພາະກິດລະດັບຊາດ ເພື່ອກັນ ແລະຄວບຄຸມ ພະຍາດອັກເສບປອດ ຈາກ ເຊື້ອໄວຣັສ Corona ທີ່ເດີນທາງເຂົ້າມາລາວ.
ການຈັດງານສະເຫຼີມສະຫຼອງທົ່ງໄຫຫີນ ເປັນມໍລະດົກໂລກ ຈະມີຂຶ້ນໃນໂອກາດດຽວກັນ ກັບພິທີເປີດການແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 65 ປີ.
ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ ເດີນທາງມາຢ້ຽມຢາມ ນະຄອນຫຼວງວໍຊິງຕັນ ຢ່າງເປັນທາງການ ໃນລະຫວ່າງວັນຈັນ ທີ 27 ຫາ 29 ມັງກອນ 2020.
ຂໍ້ຕົກລົງສະບັບໃໝ່ນີ້້ ຈະຊ່ວຍໃຫ້ສະຫະລັດ ສືບຕໍ່ສະໜັບສະໜູນ ລັດຖະບານລາວ ໃນການປະກອບສ່ວນ ສ້າງແຜນຍຸດທະສາດແຫ່ງຊາດ 10 ປີ ຂອງຂະແໜງການ ເກັບກູ້ລະເບີດບໍ່ທັນແຕກ.
ບໍລິສັດຂຸດຄົ້ນແຮ່ຄຳ ແລະທອງແດງຢູ່ບໍ່ແຮ່ເຊໂປນ ເພີ້ມການລົງທຶນເພື່ອຂະຫຍາຍພື້ນທີ່ ສຳປະທານ ໃນການຂຸດຄົ້ນແຮ່ຄຳ ແລະທອງແດງຕໍ່ໄປອີກ 10 ປີ ດ້ວຍເປົ້າໝາຍທີ່ຈະຜະລິດຄຳແທ່ງໃຫ້ໄດ້ 2 ແສນ ອອນ ຕໍ່ປີ.
ໂຫລດຕື່ມອີກ
No live streaming currently available