ນັກສຶກສາລາວທີ່ຍັງຄ້າງຢູ່ຈີນ ມີຄວາມເປັນຫ່ວງຕໍ່ການແຜ່ລະບາດຂອງເຊື້ອໄວຣັສ ໂຄໂຣນາຫລາຍ.
ທາງການລາວ-ກຳປູເຈຍ ໄດ້ຕົກລົງກ່ຽວກັບຊາຍແດນໃນປີ 1995 ແລະເລີ້ມການສຳຣວດຕົວຈິງ ໃນປີ 2000 ໃນປັດຈຸບັນ ສາມາດປັກຫລັກໝາຍຊາຍແດນຮ່ວມກັນໄດ້ແລ້ວ 121 ຫລັກໃນໄລຍະທາງ 465 ກິໂລແມັດ ຄິດເປັນ 86 ເປີເຊັນ
ລັດຖະບານລາວ ຕັ້ງຄະນະສະເພາະກິດລະດັບຊາດ ເພື່ອກັນ ແລະຄວບຄຸມ ພະຍາດອັກເສບປອດ ຈາກ ເຊື້ອໄວຣັສ Corona ທີ່ເດີນທາງເຂົ້າມາລາວ.
ການຈັດງານສະເຫຼີມສະຫຼອງທົ່ງໄຫຫີນ ເປັນມໍລະດົກໂລກ ຈະມີຂຶ້ນໃນໂອກາດດຽວກັນ ກັບພິທີເປີດການແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 65 ປີ.
ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ ເດີນທາງມາຢ້ຽມຢາມ ນະຄອນຫຼວງວໍຊິງຕັນ ຢ່າງເປັນທາງການ ໃນລະຫວ່າງວັນຈັນ ທີ 27 ຫາ 29 ມັງກອນ 2020.
ຂໍ້ຕົກລົງສະບັບໃໝ່ນີ້້ ຈະຊ່ວຍໃຫ້ສະຫະລັດ ສືບຕໍ່ສະໜັບສະໜູນ ລັດຖະບານລາວ ໃນການປະກອບສ່ວນ ສ້າງແຜນຍຸດທະສາດແຫ່ງຊາດ 10 ປີ ຂອງຂະແໜງການ ເກັບກູ້ລະເບີດບໍ່ທັນແຕກ.
ບໍລິສັດຂຸດຄົ້ນແຮ່ຄຳ ແລະທອງແດງຢູ່ບໍ່ແຮ່ເຊໂປນ ເພີ້ມການລົງທຶນເພື່ອຂະຫຍາຍພື້ນທີ່ ສຳປະທານ ໃນການຂຸດຄົ້ນແຮ່ຄຳ ແລະທອງແດງຕໍ່ໄປອີກ 10 ປີ ດ້ວຍເປົ້າໝາຍທີ່ຈະຜະລິດຄຳແທ່ງໃຫ້ໄດ້ 2 ແສນ ອອນ ຕໍ່ປີ.
ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຂອງໂຄງການສົ່ງເສີມ ການສ້າງລັດແຫ່ງກົດຫມາຍ ທີ່ມີທ່ານໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແລະທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ເຂົ້າຮ່ວມ.
ທ່ານສະເຫຼີມໄຊກ່າວວ່າ ລາວຍັງບໍ່ມີມາດຕະການໃດໆ ເພື່ອຫ້າມພວກນັກທ່ອງທ່ຽວຊາວຈີນເທື່ອ ຊຶ່ງໃນເວລານີ້ ທ່ານກ່າວວ່າ ມີແຕ່ການເອົາມາດຕະການປ້ອງກັນ ເພື່ອບໍ່ໃຫ້ເຊື້ອໄວຣັສລາມເຂົ້າມາລາວ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຍອມຮັບວ່າການລັກລອບຕັດໄມ້ ແລະ ຄ້າໄມ້ເຖື່ອນຍັງຄົງເກີດຂຶ້ນໃນທົ່ວປະເທດ ລາວ.
ລັດຖະມົນຕີລາວຍອມຮັບວ່າ ການອະນຸຍາດການລົງທຶນຂອງຕ່າງປະເທດໃນລາວ ໂດຍລະບົບໃຫ້ບໍລິການແບບ ປະຕູດຽວ (One Stop Service) ຍັງມີປະສິດທິພາບຕ່ຳ ແລະເກີດການຊັກຊ້າໃນທຸກຂັ້ນຕອນ.
ລັດຖະບານລາວ ໄດ້ວາງມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອ ໄວຣັສ ໂຄໂຣນາ ທີ່ພາໃຫ້ເປັນ ໂຣກປອດອັກເສບຊະໜິດໃໝ່ ແຕ່ການຈັດຕັ້ງປະຕິບັດ ປາກົດວ່າຊັກຊ້າ.
ໂຫລດຕື່ມອີກ
No live streaming currently available