ເຈົ້າໜ້າທີ່ຂັ້ນສູງໃນຜະແນກຕຳຫຼວດຈະລາຈອນ ນະຄອນຫຼວງ ວຽງຈັນ ເປີດເຜີຍວ່າ ການປາກົດມີຫາງສຽງຈາກສັງຄົມຢ່າງກວ້າງຂວາງໃນເວາລານີ້ກໍມີການຮຽກຮັບເອົາສິນບົນ.
ສະພາບແວດລ້ອມຂອງການດໍາເນີນທຸລະກິດໃນລາວ ຍັງບໍ່ດີຂຶ້ນໃນປີ 2020 ນີ້ ເພາະວ່າ ການຈັດຕັ້ງປະຕິບັດ ຂອງບັນດາພະນັກງານ ໃນທຸກພາກສ່ວນທີ່ກ່ຽວຂ້ອງ ມີປະສິດທິພາບຕໍ່າໃນທຸກໆ ດ້ານ.
ທັງນີ້ການພັດທະນາເພື່ອຍົກລະດັບສະໜາມບິນ ຫ້ວຍຊາຍ ທີ່ເປັນການລົງທຶນ ໂດຍກອງສະໜາມບິນຂອງ ລາວ ເອງນັ້ນ ໄດ້ຄືບໜ້າແລ້ວເກີນກວ່າ 60 ເປີເຊັນຂອງແຜນການ.
ທາງການໄທ ປະເມີນວ່າ ມີແຮງງານລາວຫຼາຍກວ່າ 6 ແສນຄົນຢູ່ໃນໄທ ຊຶ່ງໃນຈຳນວນນີ້ ເປັນແຮງງານລາວ ທີ່ທຳງານຢ່າງຖືກຕ້ອງຕາມກົດໝາຍ 270,000 ກວ່າຄົນ
ທາງການລາວເວົ້າວ່າ ການລະບາດຂອງເຊື້ອໄວຣັສໂຄໂຣນາອາດເຮັດໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນຊ້າລົງ ແຕ່ຍັງຈະສຳເລັດຕາມແຜນການ.
ລັດຖະບານ ສປປ ລາວ ກຳລັງປະເຊີນກັບບັນຫາຂາດແຄນງົບປະມານ ໃນການຈັດຕັ້ງປະຕິບັດແຜນການ ເພື່ອຍຸຕິການຕິດເຊື້ອ HIV-AIDS.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ຖະແຫຼງວ່າໃນປີ 2019 ເສດຖະກິດຂອງນະຄອນ ຫຼວງວຽງຈັນ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 9.58 ເປີເຊັນ ທຽບໃສ່ປີ 2018.
ຄະນະສະເພາະກິດ ຂອງລັດຖະບານລາວ ສິ້ນສຸດການກວດກາ ໂຄງການເຂື່ອນໄຟຟ້າ 400 ກວ່າໂຄງການ ໃນທົ່ວປະເທດ ເພື່ອຮັບປະກັນວ່າ ທຸກໂຄງການເຂື່ອນໃນລາວ ມີຄວາມປອດໄພໃ ນລະດັບມາດຕະຖານສາກົນ.
ແຕ່ຢ່າງໃດກໍຕາມ ລັດວິສາຫະກິດການບິນ ລາວ ຫຼື ສາຍການບິນ ລາວ ກໍຍັງທຳການບິນໃນເສັ້ນທາງອື່ນໆຕາມປົກກະຕິ.
ການຊື້ຈ້າງເພື່ອໃຫ້ມີຕຳແໜ່ງໜ້າທີ່ໃນວົງການລັດຖະບານລາວ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ໂດຍສະເພາະແມ່ນການຊື້ຈ້າງເພື່ອໃຫ້ໄດ້ເປັນທະຫານ ແລະຕຳຫຼວດນັ້ນ
ທັງນີ້ ກໍມີການນໍາເອົາເຊື້ອຂອງຜູ້ສົງໄສປະມານ 30 ລາຍ ທີ່ເອົາສົ່ງໄປກວດຢູ່ຕ່າງປະເທດ ເພື່ອຄວາມໝັ້ນໃຈ ແລະກໍ່ເພື່ອຢາກຮູ້ວ່າຄົນລາວບໍ່ຕິດພະຍາດນີ້ແທ້.ແຕ່ຕອນ ນີ້ເຂົາຍັງບໍ່ໄດ້ສົ່ງຜົນກວດກັບມາເທື່ອ.
ພະນັກງານກວດກາຂອງລັດຈຳນວນນຶ່ງ ພາກັນປະຕິບັດໜ້າທີ່ ໂດຍທຸດຈະລິດເພີ້ມຂຶ້ນນັບມື້ ທີ່ກາຍເປັນຊ່ອງ ທາງ ໃຫ້ມີການສວຍໂອກາດ ລັກລອບນຳເຂົ້ານ້ຳມັນ ໂດຍບໍ່ເສຍພາສີອາກອນ ເພີ້ມຂຶ້ນຢ່າງຕໍ່ເນື່ອງ.
ໂຫລດຕື່ມອີກ
No live streaming currently available