ລາວກັບຈີນປະສົບຄວາມສໍາເລັດໃນການພັດທະນາ ເຂົ້າ 2 ສາຍພັນໃໝ່ ຄືເຂົ້າສາຍໄໝ 1 ແລະ 2 ທີ່ມີຄຸນນະພາບດີກວ່າ ເຂົ້າຫອມສະຫວັນ ໂດຍຈະສົ່ງເສີມໃຫ້ປູກເຂົ້າຊະນິດນີ້ ເພື່ອໃຫ້ສົ່ງອອກໄປຈີນ.
ທາງການລາວຢືນຢັນວ່າ ມາດຕະການສະກັດກັ້ນ ແລະຄວບຄຸມພະຍາດອັກເສບປອດ ຈາກເຊື້ອ Coronavirus ໃນລາວມີມາດຕະການດຽວກັນກັບສາກົນ.
ອຸປະກອນເຫຼົ່ານີ້ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກ ສຫລ ໂດຍຜ່ານອົງການ USAID ເຊິ່ງລວມມີ ແຫວ່ນຕາ ປ້ອງກັນ ພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1,500 ຊຸດ, ເຄື່ອງປ້ອງກັນໃບໜ້າ 220 ຊຸດ.
ລາວ ຂາດດຸນການຄ້າຫຼາຍກວ່າ 360 ລ້ານໂດລາ ຫຼືເກີນແຜນການທີ່ວາງໄວ້ກວ່າ 38 ເປີເຊັນ ໂດຍເຖິງແມ່ນວ່າ ມູນຄ່າການຄ້າໃນປີ 2019 ຈະເພີ້ມຂຶ້ນຈາກປີ 2018 ພຽງ ໃນອັນຕາສະເລ່ຍ 1.7 ເປີເຊັນ
ການລະບາດຂອງເຊື້ອໄວຣັສໂຄໂຣນາ ທີ່ເລີ້ມຕົ້ນຂຶ້ນຢູ່ໃນຈີນ ແລະແຜ່ ລາມໄປຫາອີກຊາວກວ່າປະເທດ ໄດ້ເລີ້ມມີຜົນກະທົບຕໍ່ເສດຖະກິດຂອງລາວແລ້ວ ໂດຍສະເພາະແມ່ນທຸລະກິດບໍລິການແກ່ນັກທ່ອງທ່ຽວ.
ເອກອັກຄະລັດຖະທູດຄົນໃໝ່ຂອງ ສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດ ສປປ ລາວ ພະນະທ່ານບຸນຍັງ ວໍລະຈິດ ທີ່ຫໍຄໍາ ໃນນະຄອນຫລວງວຽງຈັນ.
ລະບົບເຕືອນໄພທຳມະຊາດຂອງ ລາວ ໃນປັດຈຸບັນ ຍັງເປັນລະບົບທີ່ບໍ່ທັນສະໄໝ ຈຶ່ງບໍ່ສາມາດເຕືອນໄພໃຫ້ປະຊາຊົນຕຽມພ້ອມໃນດ້ານຕ່າງໆ.
ປະຊາຊົນລາວມີທ່າອ່ຽງຈະເສື່ອມສັດທາຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນມາຈາກການທຸດຈະລິດ ທີ່ເກີດຂຶ້ນຢ່າງກວ້າງຂວາງໃນວົງການພັກ-ລັດ.
ໃນປີ 2019 ທີ່ຜ່ານມາຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ໄດ້ອະນຸມັດການລົງທຶນ ໃນເຂດເສດຖະກິດພິເສດທັງ 12 ແຫ່ງ ເພີ່ມຂຶ້ນອີກ 202 ລາຍ.
ນັກສຶກສາລາວທີ່ຍັງຄ້າງຢູ່ຈີນ ມີຄວາມເປັນຫ່ວງຕໍ່ການແຜ່ລະບາດຂອງເຊື້ອໄວຣັສ ໂຄໂຣນາຫລາຍ.
ທາງການລາວ-ກຳປູເຈຍ ໄດ້ຕົກລົງກ່ຽວກັບຊາຍແດນໃນປີ 1995 ແລະເລີ້ມການສຳຣວດຕົວຈິງ ໃນປີ 2000 ໃນປັດຈຸບັນ ສາມາດປັກຫລັກໝາຍຊາຍແດນຮ່ວມກັນໄດ້ແລ້ວ 121 ຫລັກໃນໄລຍະທາງ 465 ກິໂລແມັດ ຄິດເປັນ 86 ເປີເຊັນ
ລັດຖະບານລາວ ຕັ້ງຄະນະສະເພາະກິດລະດັບຊາດ ເພື່ອກັນ ແລະຄວບຄຸມ ພະຍາດອັກເສບປອດ ຈາກ ເຊື້ອໄວຣັສ Corona ທີ່ເດີນທາງເຂົ້າມາລາວ.
ໂຫລດຕື່ມອີກ
No live streaming currently available