ການອອກພັນທະບັດລັດຖະບານ ລາວ ໃນຄັ້ງນີ້ມີລາຄາ 1 ລ້ານກີບຕໍ່ໜ່ວຍ ແລະ ການຈອງຊື້ແຕ່ລະຄັ້ງຈະຕ້ອງມີລາຄາຕັ້ງແຕ່ 10 ລ້ານກີບຂຶ້ນໄປ.
AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນ ເວລາໜຶ່ງປີ ຢູ່ທີ່ສູນອາເມຣິກາທາດດໍາ.
ທ່ານໄຊສີ ສັນຕິວົງ ລັດຖະມົນຕີ ວ່າການກະຊວງຍຸຕິທຳ ຖະແຫຼງຍອມຮັບວ່າ ການປະຕິບັດໜ້າທີ່ ທີ່ມີຈັນຍາທຳ ຂອງບັນດາຜູ້ພິພາກສາ ຂອງລາວ ໃນປັດຈຸບັນນີ້ຖືວ່າ ໄດ້ຕົກຢູ່ໃນສະພາບການ ທີ່ລົດຖອຍລົງນັບມື້.
ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກນັ້ນ ກໍມີຄວາມຕ້ອງການທີ່ຈະກັບຄືນໄປຢູ່ບ້ານເກົ່າຂອງພວກຕົນຢູ່ໃນເຂດເມືອງສະໜາມໄຊ.
ເຖິງແມ່ນວ່າ ໄດ້ເຂົ້າມາຢູ່ໃນສະຫະລັດ ຢ່າງຖືກຕ້ອງ ແລະໄດ້ຮັບບັດຂຽວ ມາເປັນເວລາຍາວນານ ແລ້ວກໍຕາມ ຖ້າຫາກທ່ານ ບໍ່ໄດ້ຂໍສັນຊາດອາເມຣິກັນ ທ່ານກໍອາດຈະສ່ຽງ ຕໍ່ການຖືກຈັບກຸມ ແລ້ວຖືກເນລະເທດ.
ທ່ານຄຳມະນີ ອິນທິລາດ ກ່າວວ່າ ສຳລັບຫວຽດນາມ ພວກເຮົາກຳລັງເຈລະຈາ ໃນການເຊື່ອມຕໍ່ກັນ ແລະເຊັນສັນຍາ ເລື່ອງການຮ່ວມມືພັດທະນາໄຟຟ້າ ລະຫວ່າງລາວ ກັບຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ.
ໃນປີ 2019 ລັດຖະບານ ຫວຽດນາມ ໄດ້ຕົກລົງ ໃຫ້ທຶນການສຶກສາ ແກ່ນັກສຶກສາ ລາວ ຈຳນວນ 1,273 ທຶນ.
ການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກ ໃນເຂດນະຄອນວຽງຈັນ ຖືວ່າ ມີລະດັບຄວາມຮຸນແຮງທີ່ສຸດ ໃນ ຮອບ 30 ປີ ທັງຍັງເພີ້ມຂຶ້ນຢ່າງໄວວາອີກດ້ວຍ
ບໍລິສັດເອກກະຊົນ ຈໍານວນຫຼາຍພັນຫົວໜ່ວຍ ຍັງບໍ່ປະຕິບັດຕາມ ກົດໝາຍແຮງງານ ໂດຍຈ່າຍຄ່າແຮງງານ ຂັ້ນຕ່ຳ ໃຫ້ຜູ້ອອກແຮງງານລາວ ໜ້ອຍກວ່າທີ່ກົດໝາຍກຳໜົດໄວ້.
ທາງການແຂວງຫລວງພະບາງ ສັ່ງປິດໂຮງງານປຸງແຕ່ງໄມ້ 184 ແຫ່ງ ຫລັງຈາກພົບວ່າ ໂຮງງານສ່ວນຫລາຍບໍ່ມີໃບອະນຸຍາດ ທັງຍັງມີສ່ວນກ່ຽວຂ້ອງກັບການລັກລອບ ຄ້າໄມ້ເຖື່ອນ.
ໂຫລດຕື່ມອີກ