ທ່ານນາງ ຣີນາ ບິດເຕີ ໄດ້ກ່າວອີກວ່າ “ເອກອັກຄະລັດຖະທູດ ຄໍາພັນ ຈະເປັນຄູ່ຮ່ວມງານ ທີ່ສຳຄັນ ຢູ່ວໍຊິງຕັນ ໃນຂະນະທີ່ພວກເຮົາ ສືບຕໍ່ຮັດແໜ້ນ ສາຍພົວພັນ ຂອງປະຊາຊົນ ສອງຊາດ ກໍຄືສອງລັດຖະບານ.
ຮອງນາຍົກລັດຖະມົນຕີລາວຍອມຮັບວ່າ ການຈັດທຳເອກກະສານປອມ ເພື່ອຍັກຍອກເອົາທີ່ດິນ ໂດຍບັນດາ ພະນັກງານລັດເພື່ອຂາຍໃຫ້ນັກທຸລະກິດລາວ ແລະຊາວຕ່າງຊາດໃນລາວ ຖືເປັນບັນຫາທີ່ໃຫຍ່.
ການຈັດຕັ້ງປະຕິບັດ ໃນຊ່ວງປີ 2016-2018 ທີ່ຜ່ານມາ ລັດຖະບານລາວ ສາມາດແກ້ບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ໄດ້ຈຳນວນ 11,725 ຄອບຄົວ ແລະລົບລ້າງບັນຫາຍາກຈົນ ໄດ້ຢ່າງສິ້ນເຊີງ ໃນ 200 ບ້ານ.
ນາຍົກລັດຖະມົນຕີລາວ ມີຄຳສັ່ງໃຫ້ພາກສ່ວນກ່ຽວຂ້ອງໃຫ້ເລັ່ງດຳເນີນການບັງຄັບຄະດີ ຕາມການຕັດສິນຂອງສານ ເນື່ອງຈາກມີຫລາຍວ່າ 29,000 ຄະດີ ທີ່ຍັງບໍ່ມີການບັງຄັບຄະດີຕາມການຕັດສິນຂອງສານ.
ການກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ຈະແລ້ວເສັດ ພາຍໃນເດືອນມິຖຸນາ ປີ 2019 ແລະຈະເລີ້ມ ການຜະລິດກະແສໄຟຟ້າ ເພື່ອຕອບສະໜອງ ການຊົມໃຊ້ໃນແຂວງ ແລະສົ່ງອອກຕ່າງປະເທດ.
ກະຊວງການເງິນຂອງ ສະຫະລັດ ອາເມຣິກາ ໄດ້ຂຶ້ນບັນຊີດຳ ແລະ ຖືວ່າທ້າວ ຈ້າວ ເຫວີ່ຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນພັດທະນາ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເປັນອາຊະຍາກອນ.
ປະຊາຊົນລາວ ທີ່ໄດ້ຮັບກະທົບ ຈາກໂຄງການຍົກຍ້າຍ ເທດສະບານ ແຂວງຜົ້ງສາລີ ມາຕັ້ງໃໝ່ ທີ່ເມືອງບຸນເໜືອ ນັບຕັ້ງແຕ່ປີ 2010 ເປັນຕົ້ນມານັ້ນ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍທີ່ດິນ ທີ່ຖືກເວນຄືນ ຈົນເຖິງປັດຈຸບັນນີ້.
ຖະແຫຼງຂ່າວແຈ້ງວ່າ ຄະນະຜູ້ແທນຂອງທັງສອງຝ່າຍ ຍັງໄດ້ຫາລືກັນ ກ່ຽວກັບບັນຫາຕ່າງໆ ໃນພູມີພາກ ຮວມທັງຊຸກຍູ້ ໃຫ້ເຂດອິນໂດ-ປາຊີ ຟິກເປັນເຂດທີ່ເສລີ ແລະເປີດກວ້າງ.
ລັດຖະບານລາວຕ້ອງປະເຊີນກັບການຂາດດຸນງົບປະມານ ໃນອັດຕາສະເລ່ຍທີ່ສູງ 7 ເປີເຊັນຂອງ GDP ໃນໄລຍະ 3 ເດືອນຕົ້ນປີ 2019 ທັງມີທ່າອ່ຽງເພີ້ມຂຶ້ນ ເຮັດໃຫ້ຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດຫລາຍຂຶ້ນ.
ແຕ່ຢ່າງໃດກໍຕາມ ຄະນະໄກ່ເກ່ຍ ຂອງໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ຍັງສືບຕໍ່ການເຈລະຈາ ກັບບັນດາ ຫົວໜ່ວຍທຸລະກິດ ແລະປະຊາຊົນ ຜູ້ເປັນເຈົ້າຂອງທີ່ດິນ ແລະສິ່ງປູກສ້າງຕ່າງໆ ໃນເຂດກໍ່ສ້າງທາງລົດໄຟ.
ໂຫລດຕື່ມອີກ
No live streaming currently available