ສານອວຍພອນ ຈາກສະຫະລັດ ສົ່ງຄວາມປາດຖະໜາດີ ມາຍັງປະຊາຊົນ ສປປ ລາວທຸກຖ້ວນໜ້າ ໃນຂະນະຊາວລາວ ພາກັນສະເຫຼີມສະຫຼອງ “ປີໃໝ່ລາວ” ໃນວັນທີ 14 ຫາ ວັນທີ 16 ເມສານີ້.
ລັດຖະບານລາວກຳລັງເຈລະຈາກັບຫວຽດນາມ-ກຳປູເຈຍ-ມາເລເຊຍ ແລະສິງກະໂປ ເພື່ອຂໍໃຫ້ຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນ. ຫາກແຕ່ວ່າ ການບໍ່ມີສາຍສົ່ງໄຟຟ້າແຮງສູງກໍຍັງເປັນບັນຫາສຳຄັນຢູ່.
ທ່ານບຸນຍັງ ກ່າວວ່າ “ເສັ້ນທາງອັນນີ້ ກໍເປັນເສັ້ນທາງນຶ່ງ ທີ່ມີຄວາມສຳຄັນ ໃນການຂະຫຍາຍ ນຶ່ງແລວທາງ ນຶ່ງເສັ້ນທາງ ອັນນີ້ ຈະນຳເອົາຜົນປະໂຫຍດ ມາໃຫ້ປະຊາຊົນລາວ”
ເມືອງມໍລະດົກໂລກຫຼວງພະບາງ ໄດ້ຖືກຈັດໃຫ້ເປັນເມືອງຍອດນິຍົມອັນດັບທີ 1 ທີ່ສະມາຊິກຂອງວາລະສານ ວອນເດີລັສ ໃນທົ່ວໂລກຢາກຈະເດີນທາງມາທ່ອງທ່ຽວຫຼາຍທີ່ສຸດ.
ທ. ແອຣິກ ເບີລີບເວີນິຈ ຫົວໜ້າຫ້ອງການ ອົງການ Vision Beyond Borders ກ່າວວ່າ “ພວກເຂົາເຈົ້າເປັນອາສາສະໝັກ ຂອງອົງການ ພວກເຂົາເຈົ້າ ພວມເຜີຍແຜ່ ສາສະໜາ ເວລາຖືກຕຳຫຼວດຈັບ ເມື່ອ 4 ມື້ກ່ອນ”
ທ່ານນາງ ຣີນາ ບິດເຕີ ໄດ້ກ່າວອີກວ່າ “ເອກອັກຄະລັດຖະທູດ ຄໍາພັນ ຈະເປັນຄູ່ຮ່ວມງານ ທີ່ສຳຄັນ ຢູ່ວໍຊິງຕັນ ໃນຂະນະທີ່ພວກເຮົາ ສືບຕໍ່ຮັດແໜ້ນ ສາຍພົວພັນ ຂອງປະຊາຊົນ ສອງຊາດ ກໍຄືສອງລັດຖະບານ.
ຮອງນາຍົກລັດຖະມົນຕີລາວຍອມຮັບວ່າ ການຈັດທຳເອກກະສານປອມ ເພື່ອຍັກຍອກເອົາທີ່ດິນ ໂດຍບັນດາ ພະນັກງານລັດເພື່ອຂາຍໃຫ້ນັກທຸລະກິດລາວ ແລະຊາວຕ່າງຊາດໃນລາວ ຖືເປັນບັນຫາທີ່ໃຫຍ່.
ການຈັດຕັ້ງປະຕິບັດ ໃນຊ່ວງປີ 2016-2018 ທີ່ຜ່ານມາ ລັດຖະບານລາວ ສາມາດແກ້ບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ໄດ້ຈຳນວນ 11,725 ຄອບຄົວ ແລະລົບລ້າງບັນຫາຍາກຈົນ ໄດ້ຢ່າງສິ້ນເຊີງ ໃນ 200 ບ້ານ.
ນາຍົກລັດຖະມົນຕີລາວ ມີຄຳສັ່ງໃຫ້ພາກສ່ວນກ່ຽວຂ້ອງໃຫ້ເລັ່ງດຳເນີນການບັງຄັບຄະດີ ຕາມການຕັດສິນຂອງສານ ເນື່ອງຈາກມີຫລາຍວ່າ 29,000 ຄະດີ ທີ່ຍັງບໍ່ມີການບັງຄັບຄະດີຕາມການຕັດສິນຂອງສານ.
ການກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ຈະແລ້ວເສັດ ພາຍໃນເດືອນມິຖຸນາ ປີ 2019 ແລະຈະເລີ້ມ ການຜະລິດກະແສໄຟຟ້າ ເພື່ອຕອບສະໜອງ ການຊົມໃຊ້ໃນແຂວງ ແລະສົ່ງອອກຕ່າງປະເທດ.
ກະຊວງການເງິນຂອງ ສະຫະລັດ ອາເມຣິກາ ໄດ້ຂຶ້ນບັນຊີດຳ ແລະ ຖືວ່າທ້າວ ຈ້າວ ເຫວີ່ຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນພັດທະນາ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເປັນອາຊະຍາກອນ.
ໂຫລດຕື່ມອີກ
No live streaming currently available