ການຮ່ວມມືລະຫວ່າງ ທາງການມຽນມາ ລາວ ແລະໄທ ຢູ່ທີ່ເຂດຊາຍແດນ 3 ປະເທດ ຫຼືເຂດສາມຫລ່ຽມຄຳ ໄດ້ເປັນຜົນເຮັດໃຫ້ ພື້ນທີ່ລັກລອບປູກຝິ່ນ ໃນປີ 2018 ຫລຸດລົງເຖິງ 30 ເປີເຊັນ.
ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ປະເມີນວ່າ ການຈັດຕັ້ງປະຕິບັດ ແຜນການພັດທະນາ ເສດຖະກິດ ແລະສັງຄົມ ໃນໄລຍະ 5 ປີ ຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ.
ໃນຂະນະທີ່ບາງຄົນເວົ້າວ່າ ນັກທ່ອງທ່ຽວຊາວຈີນ ກໍຄືກັນ ກັບນັກທ່ອງທ່ຽວ ຊາດອື່ນໆ ນຳລາຍໄດ້ມາໃຫ້ລາວ ຫຼາຍ ແຕ່ຊາວລາວບາງຄົນ ຄິດວ່າ ນັກທ່ອງທ່ຽວຈາກປະເທດດັ່ງກ່າວ ບໍ່ສ້າງລາຍຮັບ ໃຫ້ແກ່ຄົນລາວປານໃດ.
ການລົງທຶນຂອງບັນດາບໍລິສັດຫວຽດນາມໃນລາວ ຍັງສືບຕໍ່ຫລຸດລົງ ເນື່ອງຈາກຂາດເງິນທຶນໝູນວຽນ ແຕ່ຍ້ອນ ສາຍພົວພັນແບບພິເສດກໍເຊື່ອວ່າ ຫວຽດນາມຈະລົງທຶນໃນລາວເພີ້ມຂຶ້ນໃນໄວໆນີ້.
ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ.
ລັດຖະບານ ລາວ ໄດ້ອະນຸມັດໂຄຕ້າໃຫ້ບັນຈຸພະນັກງານໃໝ່ໄດ້ທັງໝົດບໍ່ເກີນ 1,500 ຄົນໃນປີ 2019.
ການປູກເຂົ້ານາແຊງ ໃນທົ່ວແຂວງອັດຕະປື ທີ່ໄດ້ວາງເປົ້າໝາຍໄວ້ ໃນເນື້ອທີ່ 408 ເຮັກຕານັ້ນ ກໍປາກົດວ່າ ສາມາດປັກດຳໄດ້ຈິງ ພຽງໃນເນື້ອທີ່ 264 ເຮັກຕາເທົ່ານັ້ນ.
ຊາວນາໃນແຂວງວຽງຈັນ ບໍ່ສາມາດປູກເຂົ້ານາງແຊງ ໄດ້ຕາມແຜນການ ທີ່ວາງໄວ້ ເພາະການສ້ອມແປງ ຄອງຊົນລະປະທານ ທີ່ເປ່ເພ ຈາກໄພນ້ຳຖ້ວມ ໃນປີ 2018 ປະຕິບັດໄດ້ ພຽງບາງສ່ວນເທົ່ານັ້ນ.
ນັກລົງທຶນຈາກຈີນຍັງຄອງອັນດັບນຶ່ງ ຂອງການລົງທຶນຈາກຕ່າງປະເທດທັງໝົດ ໃນລາວ ສ່ວນການຄ້າລະຫວ່າງ ລາວກັບຈີນນັ້ນມີມູນຄ່າລວມເກີນກວ່າ 2,000 ລ້ານໂດລາສະຫະລັດ ຊຶ່ງເປັນອັນດັບທີ 2 ລອງຈາກໄທ.
ຄົນລາວບາງຄົນ ກໍເຫັນວ່າ ການຂະຫຍາຍໂຕ ທາງດ້ານຊັບພະຍາກອນມະນຸດນັ້ນ ແມ່ນຍັງຊັກຊ້າ ແລະຍັງບໍ່ທັນຕອບສະໜອງ ຄວາມຕ້ອງການ ໃນການຂະຫຍາຍໂຕ ທາງເສດຖະກິດ ໄດ້ຢ່າງພຽງພໍ.
ໃນໄລຍະຜ່ານມາ ປາກົດວ່າ ມີແຮງງານຕ່າງຊາດ 29,825 ຄົນ ທີ່ໄດ້ຮັບອະນຸຍາດ ແລະຊຳລະຄ່າທຳນຽມ ການທຳງານໃນລາວ ຢ່າງຖືກຕ້ອງຕາມກົດໝາຍ.
ໂຫລດຕື່ມອີກ
No live streaming currently available