ຖະແຫຼງຂ່າວແຈ້ງວ່າ ຄະນະຜູ້ແທນຂອງທັງສອງຝ່າຍ ຍັງໄດ້ຫາລືກັນ ກ່ຽວກັບບັນຫາຕ່າງໆ ໃນພູມີພາກ ຮວມທັງຊຸກຍູ້ ໃຫ້ເຂດອິນໂດ-ປາຊີ ຟິກເປັນເຂດທີ່ເສລີ ແລະເປີດກວ້າງ.
ລັດຖະບານລາວຕ້ອງປະເຊີນກັບການຂາດດຸນງົບປະມານ ໃນອັດຕາສະເລ່ຍທີ່ສູງ 7 ເປີເຊັນຂອງ GDP ໃນໄລຍະ 3 ເດືອນຕົ້ນປີ 2019 ທັງມີທ່າອ່ຽງເພີ້ມຂຶ້ນ ເຮັດໃຫ້ຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດຫລາຍຂຶ້ນ.
ແຕ່ຢ່າງໃດກໍຕາມ ຄະນະໄກ່ເກ່ຍ ຂອງໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ຍັງສືບຕໍ່ການເຈລະຈາ ກັບບັນດາ ຫົວໜ່ວຍທຸລະກິດ ແລະປະຊາຊົນ ຜູ້ເປັນເຈົ້າຂອງທີ່ດິນ ແລະສິ່ງປູກສ້າງຕ່າງໆ ໃນເຂດກໍ່ສ້າງທາງລົດໄຟ.
ການສອບສວນ ຫາສາເຫດທີ່ແທ້ຈິງ ທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນເບື້ອງຕົ້ນພົບວ່າ ເປັນຍ້ອນບັນຫາ ໃນການສຶກສາວິໄຈ ທີ່ບໍ່ລະອຽດຮອບດ້ານ.
ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກວດກາ ພັກລັດ ປະຈຳສະພາແຫ່ງຊາດລາວ ເປີດເຜີຍວ່າ ການກໍ່ສ້າງຖະໜົນ ໃນ ເຂດນະຄອນຫຼວງວຽງຈັນ ກຳລັງປະເຊີນບັນຫາຊັກຊ້າໃນທຸກໂຄງການ.
ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ນຳໃຊ້ເທັກນິກທັນສະໄໝ ແລະໄດ້ມາດຕະຖານສາກົນ ຈຶ່ງເປັນໂຄງການນຶ່ງ ທີ່ໄດ້ມີການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດແລະສັດນ້ຳ ໃນແມ່ນ້ຳຂອງໄດ້ດີທີ່ສຸດ ໃນໂລກ
ການຊ່ວຍເຫຼືອຂອງໂຄງການ USAID LUNA II ແມ່ນຊ່ວຍໃຫ້ ສ.ປ.ປ ລາວ ມີສ່ວນຮ່ວມກັບສາກົນ ແລະໄດ້ຮັບ ຜົນປະໂຫຍດ ນຳບັນດາຂໍ້ຕົກລົງສາກົນຕ່າງໆ ແລະຊ່ວຍສະໜັບສະໜຸນການຄ້າ ແບບຍຸດຕິທຳ ແລະຖືກກັບ ລະບຽບການຕ່າງໆ.
ລັດຖະມົນຕີກະຊວງການຕ່າງປະເທດຂອງໄທ ຢືນຢັນວ່າ ທາງການຈີນໄດ້ຍຸຕິແຜນການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງແລ້ວ ເພາະຮັບຮູ້ເຖິງຄວາມກັງວົນຂອງປະຊາຊົນຕໍ່ການລະເບີດແກ້ງຫີນ.
ຜູ້ຕາງໜ້າ ຂອງຄົນເຊື້ອຊາດລາວ ໃນຕ່າງປະເທດ ກ່າວວ່າ “ຢາກໃຫ້ອຳນວຍ ຄວາມສະດວກ ເລື້ອງຂໍ PR ເຂົ້າມາຢູ່ ທຳມາຄ້າຂາຍ ຢູ່ກິນກັບພີ່ນ້ອງເຮົາ ຄືເກົ່າຫັ້ນໄດ້ ຢາກໃຫ້ແກ້ໄຂໂຕນີ້ ຂັ້ນຕອນຢາກໃຫ້ມັນງ່າຍໆ.”
ສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ແລະ ຈີນ ຫຼາຍທີ່ສຸດ ກໍຄືສິນຄ້າອຸປະໂພກ ບໍລິໂພກ ນ້ຳມັນເຊື້ອໄຟ ແລະ ສິນຄ້າກະສິກຳແປຮູບຕາມລຳດັບ.
Wanderlust ວາລະສານ ດ້ານການທ່ອງທ່ຽວ ລະດັບແນວໜ້າຂອງໂລກ ໃນປະເທດອັງກິດ ຈັດໃຫ້ເມືອງມໍລະດົກໂລກ ຫຼວງພະບາງ ເປັນເມືອງຍອດນິຍົມ ອັນດັບທີ 1 ຂອງປີ 2019.
ທາງດ້ານງຄະນະກຳມະການ ວ່າດ້ວຍນະໂຍບາຍ ເພື່ອການພັດທະນາ ຂອງເສດຖະກິດ ແລະສັງຄົມ ຂອງອົງການ ສປຊ ລາຍງານວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດ ໄດ້ 2 ໃນ 3 ເງື່ອນໄຂ.
ໂຫລດຕື່ມອີກ
No live streaming currently available