ນອກຈາກຫຼາຍໆປະເທດ ທີ່ຮັບເອົາພວກອົບພະຍົບລາວ ທີ່ພາກັນຫຼົບໜີຈາກ ປະເທດໃນປີ 1975 ກໍຍັງມີປະ ເທດນຶ່ງ ທີ່ຄົນລາວ ບໍ່ເຄີຍໄດ້ຍິນຊື່ມາກ່ອນ ໄດ້ອ້າແຂນຕ້ອນຮັບອົບພະຍົບລາວ ກໍແມ່ນປະເທດອາເຈັນຕີນາ.
ອົງການກວດສອບແຫ່ງລັດ ຈະດຳເນີນການກວດກາສຳຫລວດ 263 ໂຄງການໃນຕະຫຼອດການຈັດຕັ້ງ ປະຕິບັດແຜນການງົບປະມານລາຍຮັບ ແລະລາຍຈ່າຍປະຈຳປິ 2019 ຂອງລັດຖະບານລາວໃນທົ່ວປະເທດ.
ທ່ານຈັນທະຈອນ ກ່າວວ່າ ຄວາມຫຍຸ້ງຍາກ ກໍຄື ການຊົດເຊີຍຫຼ້າຊ້າ ແລ້ວປະຊາຊົນ ກໍບໍ່ຍອມມອບດິນໃຫ້ ຍ້ອນວ່າບໍ່ທັນໄດ້ເງິນຊົດເຊີຍ ເປັນຕົ້ນແມ່ນເຮືອນ.
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ກ່າວວ່າ ໂຄງການ Laos Buffalo Dairy ນີ້ ແມ່ນຕົວຢ່າງທີ່ດີ ກ່ຽວກັບບໍລິສັດອາເມຣິກັນ ໄປລົງທຶນຢູ່ຕ່າງປະເທດ ແລະຊຸກຍູ້ ຕົວແບບທຸລະກິດ ທີ່ມີຄວາມຮັບຜິດຊອບ.
ທ່ານບຸນທອງ ຈິດມະນີ ກ່າວວ່າ “ພະຍາດອາຍາສິດ ຫ່າງເຫີນຕົວຈິງ ແລະການລະເມີດສິດເປັນເຈົ້າຂອງ ປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ລະເມີດລະບຽຍກົດໝາຍ ແລະການສໍ້ລາດບັງຫຼວງ ທີ່ມີລັກສະນະຮ້າຍແຮງ”
ລັດຖະບານລາວ ເລັ່ງຈັດຕັ້ງປະຕິບັດ ແຜນການສົ່ງເສີມ ໃຫ້ຊາວນາ ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 100,000 ເຮັກຕາ ເພື່ອຮັບປະກັນ ໃຫ້ໄດ້ຢ່າງຄັກແນ່ວ່າ ປະຊາຊົນຈະບໍ່ຂາດເຂົ້າກິນ ໃນປີ 2019 ນີ້.
ລັດຖະບານ ລາວ ກໍໄດ້ວາງແຜນການ ທີ່ຈະຄວບຄຸມ ສະພາບການ ເປັນໜີ້ດັ່ງກ່າວ ດ້ວຍການຈັດຕັ້ງປະຕິບັດຕາມມະຕິຕົກລົງ ຂອງສະພາແຫ່ງຊາດ ລາວ ຢ່າງເຄັ່ງຄັດ.
ທາງການລາວ ແລະຜູ້ລົງທຶນຈາກເກົາຫຼີໃຕ້ ໄດ້ເລີ້ມການເຈລະຈາເພື່ອກຳນົດມູນຄ່າການຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນ ທີ່ເສຍຫາຍຈາກໄພນ້ຳຖ້ວມ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ທ່ານບໍ່ແສງຄຳ ໃຫ້ການຢືນຢັນວ່າ ເປົ້າໝາຍໃນດ້ານການທ່ອງທ່ຽວໃນປີ 2019 ຊຶ່ງເປັນປີສົ່ງເສີມການທ່ອງທ່ຽວລະຫວ່າງລາວກັບຈີນນັ້ນ ກໍຄືການດຶງດູດນັກທ່ອງທ່ຽວຊາວຈີນໃຫ້ເຂົ້າມາລາວໃຫ້ໄດ້ຫຼາຍກວ່າ 1 ລ້ານຄົນ.
ໃນປີ 2018 ທີ່ຜ່ານມາ ມີປະຊາຊົນ ລາວ ເປັນໄຂ້ເລືອດອອກຈຳນວນ 6,000 ກວ່າຄົນ ແລະ ເສຍຊີວິດ 19 ຄົນແລ້ວ ໃນທົ່ວປະເທດ.
ຈາກການສຳຫຼວດພົບວ່າ ມີເຍົາວະຊົນລາວຫຼາຍກວ່າ 400,000 ຄົນ ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະໄປຫຍຸ້ງກ່ຽວກັບ ຢາເສບຕິດໃນປັດຈຸບັນ ໂດຍສະເພາະແມ່ນການເຂົ້າໄປມີສ່ວນໃນການກໍ່ອາຊະຍາກຳ.
ໂຫລດຕື່ມອີກ
No live streaming currently available