ທ່ານບຸນທອງ ຈິດມະນີ ກ່າວວ່າ “ພະຍາດອາຍາສິດ ຫ່າງເຫີນຕົວຈິງ ແລະການລະເມີດສິດເປັນເຈົ້າຂອງ ປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ລະເມີດລະບຽຍກົດໝາຍ ແລະການສໍ້ລາດບັງຫຼວງ ທີ່ມີລັກສະນະຮ້າຍແຮງ”
ລັດຖະບານລາວ ເລັ່ງຈັດຕັ້ງປະຕິບັດ ແຜນການສົ່ງເສີມ ໃຫ້ຊາວນາ ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 100,000 ເຮັກຕາ ເພື່ອຮັບປະກັນ ໃຫ້ໄດ້ຢ່າງຄັກແນ່ວ່າ ປະຊາຊົນຈະບໍ່ຂາດເຂົ້າກິນ ໃນປີ 2019 ນີ້.
ລັດຖະບານ ລາວ ກໍໄດ້ວາງແຜນການ ທີ່ຈະຄວບຄຸມ ສະພາບການ ເປັນໜີ້ດັ່ງກ່າວ ດ້ວຍການຈັດຕັ້ງປະຕິບັດຕາມມະຕິຕົກລົງ ຂອງສະພາແຫ່ງຊາດ ລາວ ຢ່າງເຄັ່ງຄັດ.
ທາງການລາວ ແລະຜູ້ລົງທຶນຈາກເກົາຫຼີໃຕ້ ໄດ້ເລີ້ມການເຈລະຈາເພື່ອກຳນົດມູນຄ່າການຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນ ທີ່ເສຍຫາຍຈາກໄພນ້ຳຖ້ວມ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ທ່ານບໍ່ແສງຄຳ ໃຫ້ການຢືນຢັນວ່າ ເປົ້າໝາຍໃນດ້ານການທ່ອງທ່ຽວໃນປີ 2019 ຊຶ່ງເປັນປີສົ່ງເສີມການທ່ອງທ່ຽວລະຫວ່າງລາວກັບຈີນນັ້ນ ກໍຄືການດຶງດູດນັກທ່ອງທ່ຽວຊາວຈີນໃຫ້ເຂົ້າມາລາວໃຫ້ໄດ້ຫຼາຍກວ່າ 1 ລ້ານຄົນ.
ໃນປີ 2018 ທີ່ຜ່ານມາ ມີປະຊາຊົນ ລາວ ເປັນໄຂ້ເລືອດອອກຈຳນວນ 6,000 ກວ່າຄົນ ແລະ ເສຍຊີວິດ 19 ຄົນແລ້ວ ໃນທົ່ວປະເທດ.
ຈາກການສຳຫຼວດພົບວ່າ ມີເຍົາວະຊົນລາວຫຼາຍກວ່າ 400,000 ຄົນ ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະໄປຫຍຸ້ງກ່ຽວກັບ ຢາເສບຕິດໃນປັດຈຸບັນ ໂດຍສະເພາະແມ່ນການເຂົ້າໄປມີສ່ວນໃນການກໍ່ອາຊະຍາກຳ.
ນາຍົກລັດຖະມົນຕີ ຢືນຢັນວ່າ ຍັງຈະສືບຕໍ່ດຳເນີນມາດຕະການ ຫ້າມສົ່ງອອກໄມ້ທ່ອນຢ່າງເຂັ້ມງວດ ແຕ່ຈະໃຫ້ການສົ່ງເສີມການແປຮູບໄມ້ເປັນສິນຄ້າ ສຳເລັດຮູບເພື່ອສົ່ງອອກ ໄປຕ່າງປະເທດໃຫ້ຫຼາຍຂຶ້ນ.
ການເຕີບໂຕທາງເສດຖະກິດ ແລະການຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນ ລາວໃນແຂວງ ສະຫວັນນະເຂດ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການ ແລະເປົ້າໝາຍ ທີ່ວາງໄວ້ໃນປີ 2018.
ທາງການລາວ ເວົ້າວ່າ ມີແຮງງານຕ່າງຊາດ ເກືອບຮອດ 35,000 ຄົນ ລັກລອບທຳງານ ຢູ່ໃນລາວ ຢ່າງບໍ່ຖືກຕ້ອງຕາມກົດໝາຍ.
ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ລັດຖະບານ ລາວ ໄດ້ດຳເນີນມາດຕະການໃນທຸກວິທີທາງເພື່ອຟື້ນຟູສະພາບຊີວິດ ແລະ ການເປັນຢູ່ຂອງປະຊາຊົນ ລາວ ທີ່ປະສົບໄພນໍ້າຖ້ວມໃນທົ່ວປະເທດ.
ໂຫລດຕື່ມອີກ
No live streaming currently available