ສ່ວນອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍ ໃນໜ່ວຍງານຕ່າງໆ ຂອງລັດຖະບານລາວ ທັງໃນຂັ້ນສູນກາງ ແລະໃນທ້ອງຖິ່ນ ຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິພາບ ໃນທົ່ວປະເທດ.
ເຄືອຂ່າຍອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງ ໄດ້ຕັ້ງຂໍ້ສົງໄສ ກ່ຽວກັບ ມາດຕະຖານການກໍ່ສ້າງເຂື່ອນໄຟຟ້າໃນ ລາວ.
ການພັດທະນາຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ຍັງບໍ່ໄດ້ຮັບການເອົາໃຈໃສ່ຢ່າງແຂງແຮງ ການຈັດຕັ້ງຜັນຂະຫຍາຍ ວຽກງານ 3 ສ້າງ ຢູ່ບັນດາແຂວງ ເມືອງ ແລະບ້ານ ຍັງຊັກຊ້າ ບໍ່ທັນເຂົ້າສູ່ລວງເລິກ ບໍ່ມີປະສິດທິພາບ
ບໍລິສັດຕ່າງຊາດ ລົງທຶນຫຼາຍກວ່າ 3,500 ລ້ານໂດລາ ໃນເຂດເສດຖະກິດພິເສດ ທັງ 12 ແຫ່ງ ຢູ່ໃນ ສປປ ລາວ.
ປະຊາຊົນລາວ ທີ່ຖືກກະທົບ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງອັດຕະປື ຍັງຢ້ານກົວ ທີ່ຈະກັບຄືນໄປຢູ່ບ້ານເກົ່າ ຂອງພວກຕົນ ເພາະບໍ່ໝັ້ນໃຈວ່າ ຈະເກີດເຫດຂຶ້ນອີກ ເທື່ອໃໝ່ ຫລືບໍ່.
ພົນຕີສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພາຍໃນ ຖະແຫຼງການຢືນຢັນວ່າ ຍັງມີການລັກລອບປູກຝິ່ນ ໃນເຂດພາກເໜືອຂອງລາວ ຄິດເປັນເນື້ອທີ່ຮວມ ເຖິງ 15,640 ກວ່າເຮັກຕາ
ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ເຄີຍຟ້ອງຮ້ອງ ຕໍ່ສານປົກຄອງຂອງໄທ ໃນລັກສະນະດຽວກັນນີ້ ມາແລ້ວຄັ້ງນຶ່ງ ເມື່ອປີ 2012 ໂດຍຄະນະຕຸລາການ ສານປົກຄອງຂອງໄທ ໄດ້ມີຄຳຕັດສິນ ໃຫ້ຍົກຟ້ອງ.
ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ ຂອງກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ມີບໍລິສັດຕ່າງຊາດເຂົ້າມາລົງທຶນແລ້ວ 147 ລາຍ.
ລັດຖະມົນຕີລາວ ຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ຈະບໍ່ບັນລຸເປົ້າໝາຍ ທີ່ວາງໄວ້ ໃນປີ 2019.
ການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຄືບໜ້າແລ້ວ ກວ່າ 70 ເປີເຊັນ ຂອງແຜນການ ໂດຍມີໄລຍະທາງທັງໝົດ 414 ກິໂລແມັດ.
ໂຫລດຕື່ມອີກ
No live streaming currently available