ສະມາຊິກສະພາແຫ່ງຊາດລະບຸວ່າ ແຂວງຊຽງຂວາງຍັງບໍ່ມີພື້ນຖານໂຄງລ່າງ ເພື່ອຮອງຮັບ ການທ່ອງທ່ຽວ ພາຍຫລັງທີ່ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກແລ້ວນັ້ນ.
ໜ່ວຍສະເພາະກິດ ຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍ ການຫ້າມສົ່ງໄມ້ທ່ອນ ໄປຕ່າງປະເທດ ຢ່າງເດັດຂາດ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ.
ສະເພາະໃນປີ 2018 ລັດຖະບານ ລາວ ໄດ້ມີຄຳສັ່ງ ປິດໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ 952 ແຫ່ງ.
ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການທຸດຈະລິດ ເປັນການຮ່ວມມື ລະຫວ່າງ ພະນັກງານລັດ ກັບນັກທຸລະກິດຈຳນວນ 1,285 ຄົນ ເຮັດໃຫ້ລັດຖະບາ ນເສຍຫາຍຫຼາຍກວ່າ 999 ຕື້ກີບ.
ນັກສິລະປິນ ຈາກສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບ ບັນດາ ນັກສຶກສາ ແລະນັກອອກແບບ ເພື່ອສ້າງຈິດສຳນຶກ ກ່ຽວກັບ ການລັກລອບຄ້າຂາຍສັດປ່າ ຢູ່ໃນຂົງເຂດ.
ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຍອມຮັບວ່າ ທຶນສຳຮອງ ເງິນຕາຕ່າງປະເທດ ຂອງລາວ ມີມູນຄ່າຫຼຸດລົງ ນັບຈາກທ້າຍປີ 2016 ເປັນຕົ້ນມາ.
ສະມາຊິກສະພາແຫ່ງຊາດລາວຢືນຢັນວ່າປະຊາຊົນລາວໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ ຫລາຍຂຶ້ນນັບມື້ ໂດຍສະເພາະການຖືກເວນຄືນ ແລະຍົກຍ້າຍຈາກທີ່ດິນ ໂດຍໄດ້ຮັບຄ່າຊົດເຊີຍທີ່ຊັກຊ້ານັ້ນ.
ກະຊວງການຄ້າຂອງຈີນ ໄດ້ສະແດງຄວາມຕ້ອງການ ທີ່ຈະຊື້ງົວຈາກລາວ ຫຼາຍກວ່າ 5 ແສນໂຕຕໍ່ປີ ໂດຍເລີ້ມຈາກ ປີ 2019 ນີ້ ເປັນຕົ້ນໄປ.
ບໍລິສັດ SK ວິສະວະກຳ ແລະ ກໍ່ສ້າງຈາກ ເກົາຫຼີໃຕ້ ຜູ້ຮ່ວມລົງທຶນ ແລະ ຜູ້ຮັບຜິດຊອບ ໃນການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ລະບຸວ່າ ເປັນຜົນການສືບສວນ ທີ່ບໍ່ມີພິຍານຫຼັກຖານ ທາງວິທະຍາສາດ ແຕ່ຢ່າງໃດ.
ລາວຍັງປະເຊີນໜ້າ ກັບການຂາດດຸນການຄ້າ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ລາວຈະໄດ້ຮັບສິດທິພິເສດ ທາງການຄ້າຈາກ 38 ປະເທດກໍຕາມ.
ໂຫລດຕື່ມອີກ
No live streaming currently available