ລັດຖະບານໄທ ໄດ້ອະນຸມັດງົບປະມານ ສະໜັບສະໜຸນ ເປັນທຶນຊ່ອຍເຫຼືອ ແລະໃຫ້ລັດຖະບານລາວກູ້ຢືມ ຄິດເປັນສັດສ່ວນ 30 ເປີເຊັນ ກັບ 70 ເປີເຊັນ ຂອງເງິນທຶນ ໃນມູນຄ່າ 1,248 ລ້ານບາດ.
ຮອງເຈົ້າແຂວງຜົ້ງສາລີ ຖະແຫຼງວ່າບັນຫາຍາກຈົນຂອງປະຊາຊົນໃນແຂວງ ຜົ້ງສາລີ ໃນປັດຈຸບັນຍັງກວມເອົາເກີນກວ່າ 70 ເປີເຊັນ ສະນັ້ນ ຈຶ່ງໄດ້ວາງແຜນການພັດທະນາ 23 ຈຸດສຸມເພື່ອຈະແກ້ໄຂບັນຫານີ້ໃຫ້ໄດ້.
ການຊົມໃຊ້ ພະລັງງານໄຟຟ້າ ໃນລາວ ໄດ້ເພີ້ມຂຶ້ນຈາກ 989 ເມກາວັດ ເປັນ 1,180 ເມກາວັດ ໃນປີ 2015-2016 ແລະເພີ້ມຂຶ້ນ ເປັນ 1,579 ເມກາວັດ ໃນປີ 2017.
ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລະຫວ່າງຈີນ-ລາວ-ໄທ ຈະແລ້ວສຳເລັດ ໃນທ້າບປີ 2023 ແລະຈະສາມາດເລີ້ມ ການເດີນລົດໄຟໂດຍສານ ແລະຂົນສົ່ງສິນຄ້າ ລະຫວ່າງ 3 ປະເທດ ໃນຕົ້ນປີ 2024 ຈະມາເຖິງນີ້.
ທ່ານແອແກ້ວ ກຸມະນີວົງ ຜູ້ອຳນວຍການສູນກາງຄົນເສຍອົງຄະ ທີ່ນະຄອນຫຼວງວຽງຈັນ ແມ່ນຜູ້ນຶ່ງ ໃນຈຳນວນ ຫຼາຍຮ້ອຍຄົນ ທີ່ໄດ້ຮັບທຶນ ມາອົບຮົມວິຊາການບໍລິຫານ ເປັນເວລາຫົກອາທິດ ທີ່ນະຄອນຫຼວງວໍຊິງຕັນ.
ເກີນກວ່າ 20 ເປີເຊັນ ຂອງວິສາຫະກິດ ຂະໜາດນ້ອຍ ແລະກາງ ຫລື SME ທັງໝົດໃນລາວ ຍັງບໍ່ປະຕິບັດຕາມກົດໝາຍແຮງງານ ໂດຍການຈ່າຍຄ່າແຮງງານຂັ້ນຕ່ຳ ໜ້ອຍກວ່າກົດໝາຍ ກຳນົດ.
ເສດຊິ້ນສ່ວນດັ່ງກ່າວ ໄດ້ຕົກໃສ່ຫຼັງຄາເຮືອນ ແລະເດີ່ນບ້ານຂອງປະຊາຊົນ ທີ່ບ້ານທົ່ງເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ແລະຢູ່ອີກບ່ອນນຶ່ງ ແມ່ນຕົກໃສ່ເດີ່ນໂຮງຮຽນ ທີ່ບ້ານໜອງຕົມ ເມືອງເລົ່າງາມແຂວງສາລະວັນ.
ລັດຖະບານລາວ ອອກຄຳສັ່ງຫ້າມ ການໂຄສະນາ ເຄື່ອງດື່ມທຸກຊະນິດ ທີ່ມີທາດເຫລົ້າປະສົມ ເພາະເຊື່ອວ່າ ເປັນສາເຫດສຳຄັນ ທີ່ເຮັດໃຫ້ເຍົາວະຊົນລາວ ມົ້ວສຸມ ດື່ມສິ່ງມືນເມົາ ແລະນຳໄປສູ່ ການກໍ່ອາດຊະຍາກຳເພີ້ມຂຶ້ນ.
ກ່ອນໜ້ານີ້ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນມູນຄ່າ ນຶ່ງລ້ານເຈັດແສນໂດລາ.
ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປຕາມແບບກໍ່ສ້າງ ຄືສາເຫດສຳຄັນທີ່ ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ໂຫລດຕື່ມອີກ
No live streaming currently available