ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການທຸດຈະລິດ ເປັນການຮ່ວມມື ລະຫວ່າງ ພະນັກງານລັດ ກັບນັກທຸລະກິດຈຳນວນ 1,285 ຄົນ ເຮັດໃຫ້ລັດຖະບາ ນເສຍຫາຍຫຼາຍກວ່າ 999 ຕື້ກີບ.
ນັກສິລະປິນ ຈາກສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບ ບັນດາ ນັກສຶກສາ ແລະນັກອອກແບບ ເພື່ອສ້າງຈິດສຳນຶກ ກ່ຽວກັບ ການລັກລອບຄ້າຂາຍສັດປ່າ ຢູ່ໃນຂົງເຂດ.
ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຍອມຮັບວ່າ ທຶນສຳຮອງ ເງິນຕາຕ່າງປະເທດ ຂອງລາວ ມີມູນຄ່າຫຼຸດລົງ ນັບຈາກທ້າຍປີ 2016 ເປັນຕົ້ນມາ.
ສະມາຊິກສະພາແຫ່ງຊາດລາວຢືນຢັນວ່າປະຊາຊົນລາວໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ ຫລາຍຂຶ້ນນັບມື້ ໂດຍສະເພາະການຖືກເວນຄືນ ແລະຍົກຍ້າຍຈາກທີ່ດິນ ໂດຍໄດ້ຮັບຄ່າຊົດເຊີຍທີ່ຊັກຊ້ານັ້ນ.
ກະຊວງການຄ້າຂອງຈີນ ໄດ້ສະແດງຄວາມຕ້ອງການ ທີ່ຈະຊື້ງົວຈາກລາວ ຫຼາຍກວ່າ 5 ແສນໂຕຕໍ່ປີ ໂດຍເລີ້ມຈາກ ປີ 2019 ນີ້ ເປັນຕົ້ນໄປ.
ບໍລິສັດ SK ວິສະວະກຳ ແລະ ກໍ່ສ້າງຈາກ ເກົາຫຼີໃຕ້ ຜູ້ຮ່ວມລົງທຶນ ແລະ ຜູ້ຮັບຜິດຊອບ ໃນການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ລະບຸວ່າ ເປັນຜົນການສືບສວນ ທີ່ບໍ່ມີພິຍານຫຼັກຖານ ທາງວິທະຍາສາດ ແຕ່ຢ່າງໃດ.
ລາວຍັງປະເຊີນໜ້າ ກັບການຂາດດຸນການຄ້າ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ລາວຈະໄດ້ຮັບສິດທິພິເສດ ທາງການຄ້າຈາກ 38 ປະເທດກໍຕາມ.
ລັດຖະບານໄທ ໄດ້ອະນຸມັດງົບປະມານ ສະໜັບສະໜຸນ ເປັນທຶນຊ່ອຍເຫຼືອ ແລະໃຫ້ລັດຖະບານລາວກູ້ຢືມ ຄິດເປັນສັດສ່ວນ 30 ເປີເຊັນ ກັບ 70 ເປີເຊັນ ຂອງເງິນທຶນ ໃນມູນຄ່າ 1,248 ລ້ານບາດ.
ຮອງເຈົ້າແຂວງຜົ້ງສາລີ ຖະແຫຼງວ່າບັນຫາຍາກຈົນຂອງປະຊາຊົນໃນແຂວງ ຜົ້ງສາລີ ໃນປັດຈຸບັນຍັງກວມເອົາເກີນກວ່າ 70 ເປີເຊັນ ສະນັ້ນ ຈຶ່ງໄດ້ວາງແຜນການພັດທະນາ 23 ຈຸດສຸມເພື່ອຈະແກ້ໄຂບັນຫານີ້ໃຫ້ໄດ້.
ການຊົມໃຊ້ ພະລັງງານໄຟຟ້າ ໃນລາວ ໄດ້ເພີ້ມຂຶ້ນຈາກ 989 ເມກາວັດ ເປັນ 1,180 ເມກາວັດ ໃນປີ 2015-2016 ແລະເພີ້ມຂຶ້ນ ເປັນ 1,579 ເມກາວັດ ໃນປີ 2017.
ໂຫລດຕື່ມອີກ
No live streaming currently available