ເສດຊິ້ນສ່ວນດັ່ງກ່າວ ໄດ້ຕົກໃສ່ຫຼັງຄາເຮືອນ ແລະເດີ່ນບ້ານຂອງປະຊາຊົນ ທີ່ບ້ານທົ່ງເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ແລະຢູ່ອີກບ່ອນນຶ່ງ ແມ່ນຕົກໃສ່ເດີ່ນໂຮງຮຽນ ທີ່ບ້ານໜອງຕົມ ເມືອງເລົ່າງາມແຂວງສາລະວັນ.
ລັດຖະບານລາວ ອອກຄຳສັ່ງຫ້າມ ການໂຄສະນາ ເຄື່ອງດື່ມທຸກຊະນິດ ທີ່ມີທາດເຫລົ້າປະສົມ ເພາະເຊື່ອວ່າ ເປັນສາເຫດສຳຄັນ ທີ່ເຮັດໃຫ້ເຍົາວະຊົນລາວ ມົ້ວສຸມ ດື່ມສິ່ງມືນເມົາ ແລະນຳໄປສູ່ ການກໍ່ອາດຊະຍາກຳເພີ້ມຂຶ້ນ.
ກ່ອນໜ້ານີ້ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນມູນຄ່າ ນຶ່ງລ້ານເຈັດແສນໂດລາ.
ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປຕາມແບບກໍ່ສ້າງ ຄືສາເຫດສຳຄັນທີ່ ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ທົ່ງໄຫຫີນ ຫາກໍຖືກຮັບຮອງ ໃຫ້ເປັນມໍລະດົກໂລກ ແຫ່ງທີ 3 ໃນລາວ ທີ່ມີ 11 ເຂດນີ້ ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ແລ້ມີໄຫຫີນ ທີ່ໄດ້ຂຶ້ນທະບຽນ ໄວ້ທັງໝົດ 999 ໜ່ວຍ.
ທ່ານທູດ ບິດເຕີ ກ່າວວ່າ “ຢາເສບ ຕິດ ແລະອະຊາຍາກໍາຂ້າມຊາດ ແມ່ນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ ແລະ ສະເຖຍລະພາບ ແລະກົດໜ່ວງ ການພັດທະນາ ດ້ານເສດຖະກິດ ແລະ ສັງຄົມ.
ການປູກເຂົ້ານາແຊງໃນທົ່ວແຂວງອັດຕະປື ທີ່ວາງເປົ້າໝາຍໄວ້ໃນເນື້ອທີ່ 408 ເຮັກຕານັ້ນ ປາກົດວ່າ ສາມາດຈັດຕັ້ງປະຕິບັດໄດ້ຈິງ ພຽງ 251 ເຮັກຕາເທົ່ານັ້ນ.
ໂຄງການນີ້ແມ່ນເກີດຂື້ນໄດ້ຍ້ອນ ການໄດ້ຮັບທຶນ ແລະ ສະໜັບສະໜູນ ຈາກ ໂຄງການ American Film Showcase program.
ທ່ານທອງລຸນ ກ່າວວ່າ ບັນດາສື່ມວນຊົນ ທຸກຂະແຫນງ ໃນລາວ ຈະຕ້ອງປະຕິບັດໜ້າທີ່ ໃນຖານະທີ່ເປັນກະບອກສຽງຂອງພັກແລະລັດຖະບານລາວ ຢ່າງແຂງແຮງ ແລະ ຕ້ອງພັດທະນາຕົວເອງ ໃຫ້ທັນກັບສະພາບການຕ່າງໆ.
ມີການກຳນົດມູນຄ່າການກໍ່ສ້າງເກີນຄວາມເປັນຈິງທຸກໂຄງການ ທີ່ໄດ້ດຳເນີນການກວດສອບ.
ລັດຖະບານ ສປປ ລາວ ແລະ ອົງການເວີລດ໌ເອດຢູເຄຊັນ (World Education) ປະຈຳ ສປປ ລາວ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ເພື່ອປັບປຸງການເປັນຢູ່ທີ່ດີ ຂອງຄົນພິການ ຢູ່ ສປປ ລາວ.
ໂຫລດຕື່ມອີກ
No live streaming currently available