ການປາກເວົ້າ ຫຼືການສະແດງຄວາມຄິດເຫັນ ຂອງປະຊາຊົນ ລາວ ຕໍ່ການບໍລິຫານງານ ຂອງລັດຖະບານ ຍັງຖືກຈຳກັດ ແລະ ຖືກຄວບຄຸມຢ່າງເຂັ້ມງວດ.
ລັດຖະບາລາວ ຍົກເວັ້ນພາສີນຳເຂົ້ານ້ຳມັນເຊື້ອໄຟໃຫ້ບໍລິສັດຈີນ ທີ່ລົງທຶນກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໂດຍນາຍົກລົດຖະມົນຕີຢືນຢັນວ່າ ຈະເປັນບໍລິສັດສຸດທ້າຍ ທີ່ໄດ້ຮັບການຍົກເວັ້ນ.
ທ່ານສຸລິນທອນ ໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ພາຍໃນ ຂອງບາງຂົງເຂດ ແມ່ນຫຼຸດລົງ ເນື່ອງຈາກ ບາງມາດຕະການ ຂອງພາກລັດ ເຊັ່ນມາດຕະການ ຮັດສາຍແອວບາງອັນ ທີ່ບໍ່ຈຳເປັນ.
ນັກທ່ອງທ່ຽວຊາວ ຈີນ ໄດ້ເດີນທາງເຂົ້າມາ ລາວ 259,205 ຄົນ ໃນຊ່ວງ 3 ເດືອນ ຕົ້ນປີ 2019.
ສຳລັບໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 5-25 ມິຖຸນາ 2019 ນີ້ ກໍໄດ້ມີການພິຈາລະນາຮ່າງກົດໝາຍຈຳນວນ 10 ສະບັບ.
ທາງການລາວຈະສ້າງຕັ້ງວິທະຍາໄລ ເທັກນິກການລົດໄຟຂຶ້ນ ຢ່າງເປັນທາງການໃນມໍ່ໆນີ້ ໂດຍໄດ້ສົ່ງ ບຸກຄະລາກອນລາວ ໄປຮຽນວິຊາທີ່ກ່ຽວຂ້ອງ ທັງໃນຈີນ ແລະຫວຽດນາມ.
ສະມາຊິກສະພາແຫ່ງຊາດລະບຸວ່າ ແຂວງຊຽງຂວາງຍັງບໍ່ມີພື້ນຖານໂຄງລ່າງ ເພື່ອຮອງຮັບ ການທ່ອງທ່ຽວ ພາຍຫລັງທີ່ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກແລ້ວນັ້ນ.
ໜ່ວຍສະເພາະກິດ ຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍ ການຫ້າມສົ່ງໄມ້ທ່ອນ ໄປຕ່າງປະເທດ ຢ່າງເດັດຂາດ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ.
ສະເພາະໃນປີ 2018 ລັດຖະບານ ລາວ ໄດ້ມີຄຳສັ່ງ ປິດໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ 952 ແຫ່ງ.
ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການທຸດຈະລິດ ເປັນການຮ່ວມມື ລະຫວ່າງ ພະນັກງານລັດ ກັບນັກທຸລະກິດຈຳນວນ 1,285 ຄົນ ເຮັດໃຫ້ລັດຖະບາ ນເສຍຫາຍຫຼາຍກວ່າ 999 ຕື້ກີບ.
ນັກສິລະປິນ ຈາກສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບ ບັນດາ ນັກສຶກສາ ແລະນັກອອກແບບ ເພື່ອສ້າງຈິດສຳນຶກ ກ່ຽວກັບ ການລັກລອບຄ້າຂາຍສັດປ່າ ຢູ່ໃນຂົງເຂດ.
ໂຫລດຕື່ມອີກ
No live streaming currently available