ບັນດາອົງການອະນຸລັກ ສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງ ແລະ ສາກົນ ຍັງຄົງສືບຕໍ່ ການເຄື່ອນໄຫວເພື່ອກົດດັນ ໃຫ້ລັດຖະບານ ລາວ ພິຈາລະນາ ຍົກເລີກໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ.
ສະມາຊິກສະພາແຫ່ງຊາດ ລາວ ຢືນຢັນວ່າ ປະຊາຊົນ ລາວ ຍັງບໍ່ໝັ້ນໃຈ ໃນມາດຕະຖານການກໍ່ສ້າງ ເຂື່ອນໄຟຟ້າໃນລາວ.
ໃນແຜນການງົບປະມານ ປະຈຳປີ 2018 ລັດຖະບານລາວ ໄດ້ຈັດສັນງົບປະມານ ສຳລັບການຊຳລະໜີ້ ໃຫ້ບໍລິສັດເອກກະຊົນ ທີ່ລົງທຶນໃຫ້ກ່ອນ ເຖິງ 1,831 ໂຄງການ ໃນນີ້ ໄດ້ຊຳລະໜີ້ໄປແລ້ວ ກວ່າ 529 ຕື້ກີບ.
ທ່ານສີໄນ ເວົ້າວ່າ “ຕາມການຕິດຕາມກວດກາ ໄດ້ພົບເຫັນ ບັນດາພຶດຕິກຳ ທີ່ເປັນການສໍ້ລາດບັງຫລວງ ເປັນຕົ້ນ ການໃຫ້ ແລະຮັບສິນບົນ, ການສວຍໃຊ້ຖານະ ຕຳແໜ່ງ, ສິດທິ, ອຳນາດ ໜ້າທີ່ ເກີນຂອບເຂດ...."
ທ່ານ ທອງລຸນ ສີສຸລິດ ກ່າວວ່າ "ສອງຝ່າຍສະແດງຄວາມຊົມເຊີຍ ຕໍ່ ຄະນະກຳມະການຮ່ວມຊາຍແດນ ຂອງສອງ ປະເທດ ທີ່ໄດ້ມີຄວາມພະຍາຍາມ ຊອກຫາວິທີການ ໃນການແກ້ໄຂບັນຫາຊາຍແດນທີ່ຄົງຄ້າງຮ່ວມກັນ"
ເຂື່ອນໄຟຟ້າ ທີ່ໄດ້ປ່ອຍນ້ຳ ໃນຊ່ວງເດືອນກໍລະກົດ ຫາກັນຍາຜ່ານມາ ມີເຂື່ອນນ້ຳງື່ມ 1, 2 ແລະ 5, ເຂື່ອນນ້ຳໄຜ່, ເຂື່ອນນ້ຳຊອງ, ເຂື່ອນນ້ຳລີກ ແລະ ເຂື່ອນນ້ຳເທີນ 2.
ການທ່ອງທ່ຽວຢູ່ໃນແຂວງຫຼວງພະບາງ ຖືກກະທົບຈາກປັນຫາກ່ຽວກັບການດຳເນີນທຸລະກິດ ທີ່ຂັດຕໍ່ລະບຽບກົດໝາຍ ແລະອາດຊະຍາກຳໃນຮູບແບບຕ່າງໆ ທີ່ກະທົບຕໍ່ສັງຄົມ ວັດທະນາທຳທີ່ດີງາມ.
ການປ່ອຍນ້ຳ ອອກຈາກເຂື່ອນແລ້ວ ກໍເຮັດໃຫ້ເກີດໄພນ້ຳຖ້ວມ ແລະປະຊາຊົນ ໄດ້ຮັບຜົນເສຍຫາຍ ຢ່າງກວ້າງຂວາງນັ້ນ ຈະຕ້ອງຖືເປັນ ຄວາມຮັບຜິດຊອບໂດຍກົງ ຈາກພາກສ່ວນທີ່ລົງທຶນ.
ທາງການ ລາວ ໄດ້ຮຽກຮ້ອງຂໍການຊ່ວຍເຫຼືອ ໃນກອງປະຊຸມໂຕະມົນລະດັບສູງລະຫວ່າງ ລັດຖະບານ ລາວ ກັບອົງການສາກົນ ແລະ ນານາຊາດທີ່ຈັດຂຶ້ນເມື່ອວັນທີ 5 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ.
ທ. ສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດ ຂອງ ADB ກ່າວວ່າ “ອັນນີ້ ມັນຜູກພັນກັນໝົດ ແລ້ວເຮົາຈະເຫັນ ວ່າ ເລີ່ມມີການເໜັງຕີງ ເຖິງວ່າ ກະຊວງການຄ້າ ຈະໃສ່ໃຈຫຼືຄຸ້ມຄອງ ກະເຫັນວ່າ ມີການເໜັງຕີງຂຶ້ນມາພໍສົມຄວນ”
ໜີ້ສິນຂອງລັດຖະບານລາວ ຍັງມີທ່າອ່ຽງ ເພີ້ມສູງຂຶ້ນອີກ ໃນປີ 2019 ຊຶ່ງເຮັດໃຫ້ ລັດຖະບານລາວ ຕ້ອງກູ້ຢືມເງິນ ມາດຸ່ນດ່ຽງງົບປະມານລາຍຈ່າຍ ດ້ວຍການອອກພັນທະບັດ ລັດຖະບານລາວ ໃນຕ່າງປະເທດ.
ໂຫລດຕື່ມອີກ
No live streaming currently available