ທ່ານວິທູນ ອະທິບາຍວ່າ: ມັນເອົານ້ຳຈາກ 3 ລຳນ້ຳມາຮວມກັນ ແລ້ວກໍເອົາຈຸດທີ່ສ້າງເຂື່ອນນີ້ ໂດຍອາໄສ ຄວາມສູງຂອງ ທີ່ຮາບສູງບໍລະເວນ ເພື່ອຈະທຳໃຫ້ມັນຫັນກັງຫັນໄຟຟ້ານີ້ ໄດ້ແຮງທີ່ສຸດ.
ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ລັກລອບຂົນຢາເສບຕິດ ຈາກເຂດສາມຫຼ່ຽມຄຳ ເຂົ້າມາໃນໄທ ຄິດເປັນ ສັດສ່ວນເກີນກວ່າ 80 ເປີເຊັນຂອງປະລິມານຢາເສບຕິດທັງໝົດ ທີ່ລັກລອບເຂົ້າມາໄທ ໃນແຕ່ລະປີ.
ບໍລິສັດ ຈີນ ໄດ້ລົງທຶນໃນ ລາວ ຫຼາຍກວ່າ 700 ໂຄງການ.
ລັດຖະບານລາວແລະຈີນ ໄດ້ຕົກລົງກັນທາງຫລັກການຮ່ວມກັນ ວ່າຈະຈັດໃຫ້ມີປີການທ່ອງທ່ຽວລາວ-ຈີນ ໃນປີ 2019.
ຜົນການກວດກາ ການຜະລິດສິນຄ້າ ກະສິກຳ ແລະອຸດສາຫະກຳປຸງແຕ່ງ ໃນຊ່ວງ 6 ເດືອນຕົ້ນປີ 2018 ວ່າ ຍັງມີການຈັດຕັ້ງປະຕິບັດ ທີ່ບໍ່ເປັນໄປຕາມ ລະບຽບກົດໝາຍ ເກີດຂຶ້ນ ຢ່າງກວ້າງຂວາງ ໃນ ສປປ ລາວ.
ໄພນ້ຳຖ້ວມຢ່າງໜັກ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນລາວ ທີ່ຢູ່ໃນເຂດ 13 ບ້ານ ຂອງເມືອງສະໜາມໄຊ ແຂວງອັດຕະປື ຈຳນວນຫຼາຍກວ່າ 6,600 ຄົນ ໂດຍໃນຈຳນວນນີ້ ກໍມີເຖິງ 3,060 ຄົນ ທີ່ຍັງຂາດທີ່ຢູ່ອາໄສ.
ສປຊ ກ່າວວ່າ ການປະຕິບັດງານ ແລະຮັບມື ກັບໄພພິບັດ ຫຼັງຈາກເຂື່ອນແຕກ ຢູ່ພາກໃຕ້ລາວ ຍັງດຳເນີນຕໍ່ໄປ ຂະນະທີ່ ປະຊາຊົນ ຈຳນວນນຶ່ງ ໃນພາກເໜືອ ກຳປູເຈຍ ຖືກຍົກຍ້າຍ.
ເມື່ອວັນທີ 28 ມີຖຸນາຜ່ານມານີ້ ກະຊວງການຕ່າງປະເທດ ສະຫະລັດ ໄດ້ອອກລາຍງານ ປະຈໍາປີ 2018 ວ່າດ້ວຍ ການຄ້າມະນຸດ ຢູ່ໃນທົ່ວໂລກ ຮວມທັງ ສປປ ລາວ.
ພວກທີ່ເຫັນເຫດການ ໄດ້ບອກກັບວີໂອເອ ພະແນກພາສາລາວວ່າ ມີຫຼາຍກວ່າ 6,000 ຄົນ ຍັງບໍ່ມີທີ່ຢູ່ອາໄສ. ມີຫຼາຍໆຄົນ ໄດ້ຖືກຊ່ອຍກູ້ໄວ້ໄດ້ ແລະຖືກນຳໄປ ຍັງສູນອົບພະຍົບຊົ່ວຄາວ ຂອງລັດຖະບານ ໃນແຂວງອັດຕະປື.
ນາງກ່າວອີກວ່າ ນອກຈາກມີຄົນເສຍຊີວິດ ແລະຫາຍສາບສູນແລ້ວ ກໍຍັງມີຫລາຍຄົນ ທີ່ໄດ້ຮັບບາດເຈັບ ເຊັ່ນຂາຫັກ ແລະ ແຂນຫັກ ໄດ້ຖືກຊ່ວຍນໍາສົ່ງ ໄປປິ່ນປົວ ຢູ່ໃນໂຮງໝໍ ທ້ອງຖິ່ນ.
ໄພນ້ຳຖ້ວມ ໄດ້ເກີດຂຶ້ນຢ່າງໄວວາ ແລະມີຜົນກະທົບ ຢ່າງກວ້າງຂວາງ ຍັງເຮັດໃຫ້ລັດຖະບານລາວ ໄດ້ປະກາດໃຫ້ເຂດດັ່ງກ່າວ ເປັນພື້ນທີ່ປະສົບໄພພິບັດສຸກເສີນ ລະດັບຊາດ ຢ່າງເປັນທາງການ ໃນວັນທີ 24 ກໍລະກົດນີ້.
ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ພັງລົງ ໃນແຂວງອັດຕະປື ປ່ອຍນ້ຳອອກຫຼາຍເຖິງ 5 ພັນລ້ານແມັດກ້ອນ ລົງສູ່ຂົງເຂດ ຊຸເອົາເຮືອນຊານບ້ານຊ່ອງ ຫຼາຍຮ້ອຍຫຼັງໄປ ທັງເຮັດໃຫ້ພວກຜູ້ຄົນ ຂາດທີ່ຢູ່ອາໄສ ເປັນຈຳນວນຫຼວງຫຼາຍ.
ໂຫລດຕື່ມອີກ