ນາຍົກລາວຢືນຢັນວ່າ ໄດ້ອອກຄຳສັ່ງປິດໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ 952 ແຫ່ງ ພ້ອມທັງຍຶຶດໄມ້ ທີ່ຜິດກົດໝາຍ ແລະນຳອອກປະມູນຂາຍ ໄດ້ເງິນເຂົ້າລັດແລ້ວ ເກືອບ 2 ລ້ານໂດລາ ກັບ 34 ຕື້ກວ່າກີບ.
ວັນທີ 2 ທັນວາ ເປັນວັນຊາດຂອງ ສປປ ລາວ ໄດ້ມີການສະຫຼອງຕາມສະຖານທູດລາວ ໃນແຫ່ງຕ່າງໆ ແລະ ພ້ອມດຽວກັນ ກໍໄດ້ ມີການປະທ້ວງຮຽກຮ້ອງບໍ່ໃຫ້ມີການປົກຄອງພັກດຽວ ແລະໃຫ້ມີສິດໃນການປາກເວົ້າ ແລະຍົກເລີກການກົດຂີ່.
ການສຳຫລວດເພື່ອປັກປັນເຂດແດນ ໃນລຳແມ່ນ້ຳຂອງ ລະຫວ່າງໄທ ກັບລາວມີຄວາມຄືບໜ້າ ໃນຂະນະທີ່ນັກອະນຸລັກສິ່ງແວດລ້ອມ ຍັງສືບຕໍ່ຄັດຄ້ານການລະເບີດແກ້ງ ເພື່ອຮອງຮັບການເດີນເຮືອໃນແມ່ນ້ຳຂອງ.
ການກໍ່ສ້າງທາງລົດໄຟລາວ-ຈີນ ຕ້ອງໃຊ້ກຳລັງແຮງງານຫຼາຍກວ່າ 30,000 ຄົນຈາກຈີນ ໂດຍຍັງບໍ່ປາກົດວ່າມີການຈ້າງແຮງງານລາວ ທີ່ມີສ່ວນກ່ຽວຂ້ອງໂດຍກົງໃນໂຄງການແຕ່ຢ່າງໃດ.
ແຕ່ຢ່າງໃດກໍຕາມ ພົນອາກາດເອກ ປຣະຈິນ ຈັ່ນຕອງ ຮອງນາຍົກລັດຖະມົນຕີໄທ ໃຫ້ການຢືນຢັນວ່າ ລັດຖະບານໄທ ບໍ່ມີແຜນການ ຈະຮັບຊື້ ພະລັງງານໄຟຟ້າ ຈາກລາວ.
ທ່ານທອງລຸນ ກ່າວວ່າ ຍ້ອນສະພາບຫຍຸ້ງຍາກ ຂອງເສດຖະກິດມະຫາພາກ ທີ່ມີຄວາມສະສົມມາ ບໍ່ທັນແກ້ໝົດ ເປັນຕົ້ນແມ່ນ ບັນຫາໜີ້ສິນພາຍໃນ ແລະຕ່າງປະເທດ ການຂາດດຸນການຄ້າ ຖານລາຍຮັບບໍ່ທັນແນ່ນອນ.
ແຂວງບໍ່ແກ້ວ ຍັງສືບຕໍ່ການອະນຸຍາດ ໃຫ້ປູກກ້ວຍຫອມ ເພື່ອເປັນສ່ວນນຶ່ງ ໃນສິນຄ້າກະສິກຳ ທີ່ສົ່ງໄປຈີນ ເຖິງແມ່ນວ່າ ການປູກກ້ວຍຫອມ ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມກໍຕາມ.
ຍັງມີຄອບຄົວ ທີ່ຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ ແລະ ບ້ານທຸກຍາກອີກ 1,536 ບ້ານ ທີ່ລັດຖະບານລາວ ຈະຕ້ອງດຳເນີນມາດຕະການເພື່ອບລົບລ້າງບັນຫາຍາກຈົນໃຫ້ໄດ້ ຕາມເປົ້າໝາຍ ທີ່ວາງໄວ້ພາຍໃນປີ 2020.
ບໍລິສັດຂຸດຄົ້ນບໍ່ແຮ່ ຢູ່ເຂດເຊໂປນ ແລະພູເບ້ຍ ຈະຢຸດເຊົາລົງ ໃນປີ 2020 ແລະໃນປີ 2021 ເພາະປະລິມານແຮ່ທາດ ທີ່ເຫຼືອຢູ່ ໃນເຂດສຳປະທານ ບໍ່ຄຸ້ມຄ່າ ທີ່ຈະລົງທືນຕໍ່ໄປ.
ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ຈະບໍ່ມີການຮັບສິນບົນໃນການອອກເອກະສານສິດທິຕ່າງໆ ກ່ຽວກັບທີ່ດິນໃນເຂດນະຄອນວຽງຈັນ ອີກຕໍ່ໄປ ດ້ວຍລະບົບໃຫ້ບໍລິການດ້ວຍປະຕູດຽວ ທີ່ໂປ່ງໃສ.
ມູນຄ່າ ການຄ້າຊາຍແດນຂອງໄທ ກັບປະເທດເພື່ອນບ້ານ ຈະເພີ້ມຂຶ້ນເຖິງ 15 ເປີເຊັນ ໃນຕະຫຼອດປີ 2018 ໃນ ຂະນະທີ່ ການສົ່ງອອກຂອງລາວ ໄປຈີນ ຍັງຫລຸດລົງຢ່າງຕໍ່ເນື່ອງ.
ທ່ານບໍ່ແສງຄຳ ຢືນຢັນວ່າ “ມາຮອດເດືອນເກົ້ານີ້ ຈຳນວນນັກທ່ອງທ່ຽວ ເຂົ້າມາມີປະມານ ເກືອບ 3 ລ້ານຄົນ ຊຶ່ງເທົ່າກັບປະມານກວ່າ 3 ເປີເຊັນ ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2017.
ໂຫລດຕື່ມອີກ
No live streaming currently available